00:54 | 15/05/2019

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະແດງຄວາມພ້ອມທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກັບ ລາວ ແລະ ໃຫ້ຮູ້ວ່າ ຫວຽດນາມ ຈະແບ່ງປັນບັນດາບົດຮຽນບັນລຸຜົນສໍາເລັດ ແລະ ບົດຮຽນປະລະໄຊໃນເມື່ອກ່ອນອີກດ້ວຍເພື່ອໃຫ້ສອງຝ່າຍພ້ອມກັນປຶຶກສາຫາລື, ຕີລາຄາ ແລະ ນໍາໄປປະຕິບັດຕົວຈິງ.

ກ່ຽວກັບການພັດທະນາລັດວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່ານະໂຍບາຍຂອງຫວຽດນາມ ແມ່ນການຊຸກຍູ້ການຫັນເປັນບໍລິສັດຫຸ້ນສ່ວນ, ຖອນທຶນ, ນໍາໃຊ້ບັນດາມາດຕະຖານ, ມາດຖານຕາມທໍານຽມຂອງຕະຫຼາດ ເພື່ອເຮັດໃຫ້ການເຄື່ອນໄຫວຂອງກຸ່ມດັ່ງກ່າວມີຄວາມໂປ່ງໃສ, ພ້ອມທັງແບ່ງແຍກບົດບາດໜ້າທີ່ຄຸ້ມຄອງແຫ່ງລັດ ກັບ ບົດບາດໜ້າທີ່ຕາງໜ້າເຈົ້າຂອງກໍາມະສິດຂອງລັດຢູ່ວິສາຫະກິດ.

ທ່ານ ບົວສອນ ບຸບຜາວັນ ມີຄວາມປາດຖາໜາວ່າຢາກຊອກຮູ້ປະສົບການໃນການປ່ຽນແປງໃໝ່ລັດວິສາຫະກິດ ແລະ ສ້າງບັນດາຮູບແບບເຮັດເສດຖະກິດລວມ, ສະຫະກອນແບບໃໝ່ຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ຮູບແບບເຮັດເສດຖະກິດພາຍໃນປະເທດລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3617.html

In bài biết