ພິທີມອບ - ຮັບ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ
![]() |
ທ່ານ ດັ້ງກວກວີງ ກ່າວຄໍາເຫັນທີ່ກອງປະຊຸມ
ຫວ່າງແລ້ວນີ້, ທ່ານ ດັ້ງກວກວີງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕີ້ງ, ຫົວໜ້າຄະນະຊີ້ນໍາ 515 ແຂວງຮ່າຕີ້ງ ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ຈັດຕັ້ງພິທີມອບ - ຮັບ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ ເສຍສະຫຼະຊີວິດຢູ່ ສປປ ລາວ ໃນລະດູແລ້ງ 2018 - 2019.
ທີ່ກອງປະຊຸມ, ທ່ານ ດັ້ງກວກວີງ ຮຽກຮ້ອງກອງບັນຊາການທະຫານແຂວງຮ່າຕີ້ງ, ພະແນກພົວພັນຕ່າງປະເທດ; ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ບັນດາພະແນກ; ຄະນະ; ຂະແໜງການທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ, ຫັນແຜນການທີ່ໄດ້ຮັບມອບໝາຍເປັນລະອຽດ, ເຮັດວຽກງານກະກຽມຕ້ອນຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ.
ທ່ານ ດັ້ງກວກວີງ ກໍ່ໄດ້ຮຽກຮ້ອງບັນດາທ້ອງຖິ່ນທີ່ຄະນະໄປຜ່ານ, ຂະແໜງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວເພີ່ມທະວີວຽກງານໂຄສະນາກ່ຽວກັບນໍ້າໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ, ໂດຍສະເພາະແມ່ນການເສຍສະຫຼະຊີວິດອັນສູງສົ່ງຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ປະເທດລາວ.
ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ້ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະ ປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.
ລະດູແລ້ງ 2018 - 2019, ກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ຂອງກອງບັນຊາການທະຫານແຂວງຮ່າຕີ໋ງ ສົມທົບກັບຄະນະພັກ, ອຳນາດການປົກຄອງ, ພ້ອມກັບການຊ່ວຍເຫຼືອຈາກປະຊາຊົນລາວບັນດາເຜົ່າໄດ້ດຳເນີນການຊອກຫາ ແລະຂຸດເອົາໄດ້ 6 ອັດຖິໃນບໍລິເວນນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄໍາໄຊ.
(ໄຊພອນ)