18:24 | 08/05/2019

ກອງບັນຊາການທະຫານແຂວງແທງຮວ໋າ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຫົວພັນ

ກອງບັນຊາການທະຫານແຂວງແທງຮວ໋າ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຫົວພັນ

ການນໍາກອງບັນຊາການທະຫານສອງແຂວງ ລົງນາມການຮ່ວມມືໃນໜ້າທີ່ການທະຫານ-ການປ້ອງກັນຊາດ ປີ 2019. ພາບ: baothanhhoa.vn

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານສອງແຂວງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປີ 2018 ແລະ ຊຸມເດືອນຕົ້ນ ປີ 2019, ພ້ອມທັງຕີລາຄາຜົນການສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ໃນໄລຍະຜ່ານມາ.

ໃນເວລາສະເພາະໜ້າ, ສອງຝ່າຍໄດ້ເຫັນດີເປັນເອກະພາບສູງໃນວຽກງານເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງສອງແຂວງ ເພີ່ມທະວີການຊີ້ນໍາວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຄວາມເຂົ້າໃຈໃຫ້ແກ່ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມກ່ຽວກັບທັດສະນະ, ແຜນນະໂຍບາຍຮ່ວມມືຮອບດ້ານ ຫວຽດນາມ - ລາວ, ແທງຮວ໋າ - ຫົວພັນ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3614.html

In bài biết