00:54 | 14/05/2019

ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ບັນດາຜູ້ແທນຂອງສະມາຄົມຄົນຫວຽດນາມ ຢູ່ ລາວ ແລະ ໄທ.

ກ່າວຄຳເຫັນໃນພິທີການແລກປ່ຽນຄັ້ງນີ້ ບັນດາຫົວໜ້າສະມາຄົມ ໄດ້ສະແດງຄວາມຍິນດີຕໍ່ກັບບັນດາໝາກຜົນກໍ່ຄືຜົນສຳເລັດຂອງການແລກປ່ຽນ ແລະ ໃຫ້ຮູ້ວ່າ: ນີ້ແມ່ນກິດຈະກຳ ການຫຼິ້ນກິລາ-ວັນນະຄະດີ ທີ່ມີຄວາມໝາຍສຳຄັນ ບໍ່ພຽງແຕ່ເປັນການເພີ່ມທະວີສຸກຂະພາບ, ສ້າງຄວາມເຂົ້າໃຈ, ເຊື່ອໝັ້ນ ແລະ ປັບປຸງສາຍພົວພັນຄວາມສາມັກຄີ ພາຍໃນປະຊາຄົມເທົ່ານັ້ນ, ແຕ່ຍັງເປັນການຢືນຢັນວ່າ: ຜົນສຳເລັດດັ່ງກ່າວນີ້ແມ່ນຍ້ອນຄວາມເອົາໃຈໃສເອົາຈິງເອົາຈັງຂອງບັນດາສະມາຊິກສະມາຄົມ ແລະ ຄວາມບຸກບືນພະຍາຍາມຂອງ ບັນດາຄະນະບໍລິຫານຂອງບັນດາສະມາຄົມ, ໂດຍສະເພາະແມ່ນການກະກຽມອັນລະອຽດຮອບຄອບຂອງຄະນະບໍລິຫານງານ ສະມາຄົມຫວຽດນາມແຂວງສະຫວັນນະເຂດ ພ້ອມທັງການປຸກລະດົມຂອງກົງສຸນໃຫຍ່ຫວຽດນາມປະຈຳແຂວງສະຫວັນນະເຂດອີກດ້ວຍ.

ກ່າວຄຳປາໃສໃນງານ ທ່ານ ເຈິ່ນ ກົງທິ້ງ ກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ຢືນຢັນວ່າ: ການແລກປ່ຽນຄັ້ງນີ້ມີຄວາມໝາຍສຳຄັນຫຼາຍຢ່າງ, ບໍ່ພຽງແຕ່ເປັນການເພີ່ມທະວີຄວາມເຂົ້າໃຈ, ປັບປຸງສາຍພົວພັນຄວາມສາມັກຄີພາຍໃນປະຊາຄົມ, ພ້ອມກັນນັ້ນກໍ່ເປັນການຮ່ວມກັນສະແດງເຖິງຄວາມຕັດສິນໃຈໃນການປັບປຸງເສີມຂະຫຍາຍ, ຮັກສາສາຍພົວພັນສາມັກຄີ, ມິດຕະພາບ ລະຫວ່າງປະຊາຊົນ ສາມຊາດ ຫວຽດນາມ-ລາວ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເໝືອດັ່ງສະໄໝຂອງທ່ານປະທານໂຮ່ຈີ໋ມິງ ຮ່ວມກັບນັກປະຕິວັດອາວຸໂສ ແລະ ບັນດານາຍທະຫານລຸ້ນກ່ອນ ແລະ ປະຊາຊົນສາມປະເທດໄດ້ຮ່ວມກັນເສຍສະຫຼະກໍ່ສ້າງ, ໄດ້ ແລະ ກຳລັງເຮັດໃຫ້ຄົນຫວຽດນາມ, ຄົນລາວ ແລະ ຄົນໄທ ລຸ້ນປະຈຸບັນສືບຕໍ່ເສີມສ້າງ ແລະ ເສີມຂະຫຍາຍ ນັບມື້ນັບເລິກເຊິ່ງຂື້ນຕື່ມ ເຂັ້ມຂຸ້ນຂື້ນກວ່າເກົ່າ , ໜັກແໜ້ນກວ່າເກົ່າ ແລະ ຮັດແໜ້ນກວ່າເກົ່າ.

ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ


ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ການແລກປ່ຽນກິລາບານເຕະຂອງ ສະມາຄົມສາມຊາດ ຫວຽດນາມ-ລາວ-ໄທ.

ທ່ານຍັງຕີລາຄາສູງແນວຄິດຂອງສະມາຄົມຄົນຫວຽນາມແຂວງສະຫວັນນະເຂດ ທີ່ໄດ້ເປັນເຈົ້າພາບໃນການແລກປ່ຽນ ແລະ ຊົມເຊີຍນຳ້ໃຈຄວາມເອົາຈິງເອົາຈັງເຂົ້າຮ່ວມແລກປ່ຽນຂອງ ສະມາຄົມຄົນໄທເຊື້ອສາຍຫວຽດນາມແຂວງມຸກດາຫານ, ກໍ່ຄືສະມາຄົມຄົນຫວຽດນາມແຂວງຈຳປາສັກ, ເຖິງວ່າຢູ່ຫ່າງໄກ ແລະ ຫວັງເປັນຢ່າງຍິ່ງວ່າ ການແລກປ່ຽນແບບນີ້ ລະຫວ່າງ ສະມາຄົມຄົນຫວຽດນາມຈະສືບຕໍ່ຈັດຂື້ນອີກໃນອານາຄົດ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3606.html

In bài biết