13:48 | 22/04/2019

ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ

ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ

ການມອບຮັບໃບຕົກລົງອະນຸຍາດເຂົ້າສັນຊາດຫວຽດນາມໃຫ້ແກ່ຄົນລາວ 76 ຄົນ. ພາບ: baodienbienphu.info.vn

ເມືອງດ້ຽນບຽນ ມີຄົນລາວ 76 ຄົນ ທີ່ໄດ້ອະນຸຍາດເຂົ້າສັນຊາດຫວຽດນາມໃນຄັ້ງນີ້ເຊິ່ງທີ່ກໍາລັງດໍາລົງຊິວີດຢູ່ບັນດາຕ່າແສງຄື: ແທງເນືອ, ແທງເຊືອງ, ແທງຮືງ, ແທງອານ, ປາເທີມ, ນ່າເຕົາ, ເມື່ອງປົ່ນ, ນົວງາມ, ເມື່ອງລອຍ, ນາອື, ຟູລວງ, ແຮ້ມວງ, ຊາມມືນ.

ທີ່ພິທີດັ່ງກ່າວ, ທ່ານ ຫຼໍ່ວັນຕຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ມອບໝາຍໜ້າທີ່ວຽກງານໃຫ້ແກ່ຄະນະຊີ້ນໍາ 267 ຂອງແຂວງ; ຄະນະກໍາມະການປະຊາຊົນເມືອງດ້ຽນບຽນ ແລະ ບັນດາໜ່ວຍງານກ່ຽວຂ້ອງສືບຕໍ່ປະຕິບັດບັນດາຂັ້ນຕອນເພື່ອອອກໃບຢັ້ງຢືນພົນລະເຮືອນ, ເອກະສານລົງທະບຽນສໍາມະໂນຄົວ, ເອກະສານຈົດທະບຽນແຕ່ງງານ, ເອກະສານສ່ວນບຸກຄົນ, ໃບແຈ້ງເກີດສໍາລັບເດັກນ້ອຍ; ແກ້ໄຂບັນດານະໂຍບາຍເພື່ອຮັບປະກັນສິດພົນລະເຮືອນ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນໃຫ້ມີຄວາມຫມັ້ນຄົງໃນການດໍາລົງຊິວີດຢູ່ໃນເຂດທີ່ຢູ່ອາໃສ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3601.html

In bài biết