10:07 | 02/05/2019

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ແພດໝໍທະຫານຊາຍແດນແຂວງຮ່າຕິ້ງ ກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນບ້ານທົ່ງແປ. (ພາບ: ເທແມ້ງ)

ບັນດາກິດຈະກໍາເຫຼົ່ານັ້ນບໍ່ພຽງແຕ່ມີຄວາມໝາຍຊ່ວຍພໍ່ແມ່ປະຊາຊົນລາວຫຼຸດຜ່ອນຄວາມທຸກຍາກໃນການດຳລົງຊີວິດເທົ່ານັ້ນ, ຫາກຍັງແມ່ນກິດຈະກໍາທີ່ແທດຈິງເພື່ອເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ ຕື່ມອີກ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມືພັດທະນາຮ່ວມກັນອີກດ້ວຍ.

ໃນການໄປກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢາໂດຍບໍ່ເສຍຄ່າຄັ້ງຕ່າງໆຂອງສຸກສາລາທະຫານ ແລະ ປະຊາຊົນບ້ານທົ່ງແປ, ປະຊາຊົນລາວຫຼາຍຄົນໄດ້ມາກວດ, ປິ່ນປົວພະຍາດ, ຮັບຄຳປຶກສາດ້ານສຸຂະພາບນຳແພດໝໍທະຫານຊາຍແດນແຂວງຮ່າຕິ້ງ. ຍ້ອນໄດ້ຮັບການໂຄສະນາເຜີຍແຜ່ການປ້ອງກັນພະຍາດດີກວ່າການປິ່ນປົວ ແລະ ຍັງໄດ້ຮັບການເບິ່ງແຍງດູແລສຸຂະພາບໂດຍບໍ່ເສຍຄ່ານຳອີກ. ສະນັ້ນ, ບໍ່ພຽງແຕ່ແມ່ນຄົນທີ່ພວມເຈັບເປັນເທົ່ານັ້ນ ຫາກຜູ້ຍັງມີສຸຂະພາບແຂງແຮງກໍມາກວດສຸຂະພາບປະຈຳໄລຍະ.

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ທະຫານຊາຍແດນແຂວງຮ່າຕິ້ງມອບເຮືອນເຮືອນເອື້ອອາທອນໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານສົບເຕືອງ, ເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ. (ພາບ: ເທແມ້ງ)

ໂດຍປະຕິບັດແຜນຮ່າງແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ ຕາມແຜນນະໂຍບາຍຂອງກອງບັນຊາການທະຫານຊາຍແດນຫວຽດນາມ, ບັນດາຕາແສງ, ກຸ່ມບ້ານຢູ່ເຂດຊາຍແດນແຂວງຮ່າຕິ້ງ ໄດ້ມີຫຼາຍໂຄງການ, ກິດຈະກໍາທີ່ມີຄວາມໝາຍ, ປະກອບສ່ວນຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ - ລາວ ແລະ ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາຮ່ວມກັນ. ທະຫານຊາຍແດນແຂວງຮ່າຕິ້ງ ແມ່ນຂົວຕໍ່ເພື່ອໃຫ້ຕາແສງເຊີນກິມ 1, ເມືອງເຮືອງເຊີນ ແຮກສ່ຽວກັບບ້ານທົ່ງແປ, ເມືອງຄໍາເກີດ; ຕາແສງເຊີນກິມ 2 ແຮກສ່ຽວກັບບ້ານນາເປ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3592.html

In bài biết