08:19 | 07/05/2019

ຮ່າຕີ້ງ, ບໍລິຄໍາໄຊ ລົງນາມຈັດຕັ້ງປະຕິບັດໜ້າທີ່ວຽກງານການທະຫານ-ປ້ອງກັນຊາດ

ຮ່າຕີ້ງ, ບໍລິຄໍາໄຊ ລົງນາມຈັດຕັ້ງປະຕິບັດໜ້າທີ່ວຽກງານການທະຫານ-ປ້ອງກັນຊາດ

ຮ່າຕີ້ງ, ບໍລິຄໍາໄຊ ລົງນາມຈັດຕັ້ງປະຕິບັດໜ້າທີ່ວຽກງານການທະຫານ-ປ້ອງກັນຊາດ. ພາບ: baohatinh.vn

ທີ່ການເຮັດວຽກ, ການນໍາກອງບັນຊາການທະຫານຂອງສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຢູ່ບັນດາຂົງເຂດ, ໂດຍສະເພາະແມ່ນການເຄື່ອນໄຫວຕ້ານ ແລະ ທໍາລາຍຂອງບັນດາອິດທິກໍາລັງປໍລະປັກ; ວຽກງານຕ້ານການຄ້າເຖື່ອນ, ເຄື່ອງປອມຂ້າມຜ່ານຊາຍແດນ, ວຽກງານຮັບປະກັນຄວາມປອດໄພ, ຄວາມສະຫງົບທີ່ເຂດຊາຍແດນ...ທີ່ການເຮັດວຽກໃນຄັ້ງນີ້, ກອງບັນຊາການທະຫານຂອງສອງແຂວງໄດ້ສຸມໃສ່ປຶກສາຫາລື ແລະ ຕົກລົງເປັນເອກະພາບ ໃນການລົງນາມບົດບັນທຶກຄວາມເຂົ້າໃຈສໍາລັບປີ 2019 ແລະ ຫຼາຍປີຕໍ່ໜ້າ. ສຸມໃສ່ການຮັກສາການແລກປ່ຽນຂໍ້ມູນເປັນຢ່າງດີ, ການກໍາແໜ້ນສະພາບການຮາກຖານ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3590.html

In bài biết