17:56 | 12/04/2019

ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

ບັນດາຜູ້ແທນຮັບປະທານອາຫານພື້ນເມືອງຂອງບັນດາປະເທດກໍາປູເຈຍ, ລາວ, ມຽນມາ, ໄທ. ພາບ: vnews

ວັນທີ 11 ເມສາ,ຢູ່ວັດໂຝມິນ, ນະຄອນໂຮ່ຈີມິງ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິງ (HUFO) ໄດ້ສົມທົບກັບ ຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາຫວຽດນາມ ຢູ່ ນະຄອນໂຮ່ຈີມິງໄດ້ຈັດຕັ້ງບຸນປີໃໝ່ ກໍາປຸເຈຍ, ລາວ, ມຽນມາ, ໄທ ປີ 2019.

ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

ລາຍການສະແດງສິລະປະຮ້ອງລໍາທໍາເພງທີ່ວັນບຸນ. ພາບ: TTXVN

ເລື່ອງຈັດຕັ້ງບຸນປີໃໝ່ກໍາປູເຈຍ, ລາວ, ມຽນມາ, ໄທ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນນະຄອນຊອກຮູ້ ແລະ ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ, ປະກອບສ່ວນໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ. ທີ່ວັນບຸນ, ບັນດາຜູ້ແທນໄດ້ປະຕິບັດພິທີສົງພະເພື່ອພາວະນາຂໍຄວາມສະຫງົບສຸກໃນປີໃໝ່ ແລະ ຮັບຊົມບັນດາລາຍການຮ້ອງລໍາທໍາເພງຂອງບັນດາປະເທດດັ່ງກ່າວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3584.html

In bài biết