09:45 | 01/04/2019

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ເຂົ້າຮ່ວມກິດຈະກໍາດັ່ງກ່າວມີຜູ້ຕາງໜ້າຂອງບັນດາຄະນະນັກສຶກສາຂອງສາມປະເທດພ້ອມດ້ວຍນັກສຶກສາຂອງສາມປະເທດເປັນຈໍານວນຫຼວງຫຼາຍທີ່ມາຕິດຕາມ ແລະ ເປັນກອງເຊຍໃຫ້ແກ່ທັງສາມທິມ. ໃນບັນຍາກາດແຫ່ງຄວາມສາມັກຄີ, ມ່ວນຊື່ນ, ການແຂ່ງຂັນດ້ວຍຄວາມມິດຕະພາບຂອງນັກສຶກສາສາມທິມ, ຜົນການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ ເຊິ່ງທິມບານສົ່ງນັກສຶກສາກໍາປູເຈຍໄດ້ອັນດັບໜຶ່ງ, ທິມບານສົ່ງນັກສຶກສາຫວຽດນາມ ໄດ້ອັນດັບສອງ ແລະ ທິມບານສົ່ງນັກສຶກສາລາວ ໄດ້ອັນດັບສາມ.

ເປັນສາມາຊິກຄະນະການຈັດຕັ້ງກິດຈະກໍາດັ່ງກ່າວ, ທ້າວ ຄໍາຂັນໄຊ ມັງໜໍ່ເມກ, ຮອງຫົວໜ້າຄະນະນັກສຶກສາລາວຢູ່ສູນນັກສຶກສາສາກົນ ໃຫ້ຮູ້ວ່າ ເພື່ອສ້າງບັນຍາກາດມ່ວນຊື່ນໃນການຕ້ອນຮັບປີໃໝ່ລາວ ແລະ ປີໃໝ່ກໍາປູເຈຍ, ຄະນະນັກສຶກສາລາວ ແລະ ກໍາປູເຈຍ ໄດ້ສົມທົມໃນການຈັດຕັ້ງກິດຈະກໍາດັ່ງກ່າວເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ. ເນື່ອງໃນໂອກາດນີ້, ທ້າວ ຄໍາຂັນໄຊ ມັງໜໍ່ເມກ ກໍ່ໄດ້ກ່າວຄໍາອວຍພອນສຸຂະພາບ, ມີຜົນງານດີໃນການຮໍ່າຮຽນ ໄປຍັງນັກສຶກສາລາວ, ກໍາປູເຈຍ, ຫວຽດນາມ ແລະ ອວຍພອນໃຫ້ການພົວພັນລະຫວ່າງສາມປະເທດສາລາວ, ກໍາປູເຈຍ, ຫວຽດນາມ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ນັກສຶກສາສາມປະເທດໄດ້ມີການແຂ່ງຂັນບານສົ່ງດ້ວຍຄວາມມິດຕະພາບ ແລະ ນໍ້າໃຈສາມັກຄີ

ຜ່ານກິດຈະກໍານີ້, ນັກສຶກສາຂອງສາມປະເທດ ຫວຽດນາມ, ລາວ ແລະ ກໍາປູເຈຍ ເຊິ່ງມີໂອກາດໃນການພົບປະແລກປ່ຽນ, ຮັດແໜ້ນນໍ້າໃຈມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນຂອງສາມປະເທດ; ພ້ອມກັນນັ້ນກໍ່ເປັນໂອກາດເພື່ອໂຄສະນາເຜີຍແຜ່ກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີເປັນພິເສດ ລະຫວ່າງສາມປະເທດຫວຽດນາມ, ລາວ, ກໍາປູເຈຍ ອີກດ້ວຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3574.html

In bài biết