15:45 | 05/04/2019

ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ຕ້ອນຮັບ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ

ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ຕ້ອນຮັບ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ

ພິທີບາສີສູ່ຂວັນ ຕ້ອນຮັບປີໃໝ່ລາວ,

ທ່ານ ເລວັນເຫງ້ຍ ໄດ້ກ່າວວ່າ: ຈຸດປະສົງໃນການມາເຄື່ອນໄຫວເຮັດວຽກຂອງຄະນະຂອງສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ໃນຄັ້ງນີ້ ກໍເພື່ອຢ້ຽມຢາມ ແລະອວຍພອນປີໃໝ່ລາວ ພສ 2562 ໃຫ້ແກ່ຄະນະນໍາແຂວງເຊກອງ ກໍຄືຄະນະສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ, ນອກນິີ້ ທ່ານຍັງກ່າວຕື່ມວ່າ: ສະມາຄົມຫວຽດນາມ-ລາວ ຍິນດີທີ່ຈະໃຫ້ການຊ່ວຍເຫຼືອສ້າງ ແລະພັດທະນາຊັບພະຍາກອນມະນຸດໃຫ້ແຂວງເຊກອງຕື່ມອີກ ໂດຍການໃຫ້ຄະນະສະມາຄົມມິດຕະພາບລາວ-ຫວຽດນາມ ຄັດເລືອກເອົານັກຮຽນ-ນັກສຶກສາ ທີ່ທຸກຍາກຂາດເຂີນ ໄປຮຽນຊັ້ນມັດທະຍົມສຶກສາຫຼືວິຊາຊີບ ຢູ່ ສສ ຫວຽດນາມ ເຊິ່ງການກິນຢູ່ ພັກເຊົາ ແມ່ນທາງ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ຈະເປັນຜູ້ຮັບຜິດຊອບທັງໝົດ, ນອກຈາກນີ້ ທາງສະມາຄົມພ້ອມທີ່ຈະຊ່ວຍໃນເລື່ອງການພັດທະນາດ້ານເສດຖະກິດ-ສັງຄົມຂອງແຂວງເຊກອງຕື່ມອີກ ທັງນີ້ ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ-ລາວ, ລາວຫວຽດນາມ ໂດຍສະເພາະແຂວງດັກລັກ ສສ ຫວຽດນາມ ແລະ ແຂວງເຊກອງ ສປປ ລາວ ໃຫ້ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.
ໃນໂອກາດນີ້ ທ່ານ ປອ ຄໍໍາພຽມ ບົວລະພາ ໄດ້ກ່າວຂອບໃຈ ທ່ານ ເລວັນເຫງ້ຍ ກໍຄືຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ທີ່ມາຢ້ຽມຢາມ ໃນຄັ້ງນີ້ ພ້ອມນີ້ ຄະນະສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ຍັງໄດ້ຈັດພິທີບາສີສູ່ຂັວນ ແລະອວຍພອນປີໃໝ່ ເພື່ອເປັນສີລິມຸງຄຸນໃນຊີວິດສ່ວນຕົວ-ຄອບຄົວ, ໜ້າທີ່ວຽກງານ ໃຫ້ແກ່ຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກຕື່ມອີກ

(ແຫຼ່ງ​ຂໍ້​ມູນ​: ຂ່າວ ເຊກອງ)

Link: https://huunghivietlao.thoidai.com.vn/detail-article-3568.html

In bài biết