09:06 | 13/11/2018

ນະຄອນດານັງ ອະນຸມັດໂຄງການ ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ


ນະຄອນດານັງ ອະນຸມັດໂຄງການ ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ

ບັນຍາກາດກອງປະຊຸມພົບປະຂອງສອງແຂວງ.


ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຄວາມເປັນເອກະພາບໃນການປຸກສ້າງສູນພາສາຫວຽດນາມຢູ່ ແຂວງສາລະວັນ ທີ່ອໍານາດການປົກຄອງນະຄອນດານັງ ສສ ຫວຽດນາມ ໄດ້ເຫັນດີອະນຸມັດໂຄງການກໍ່ສ້າງ ພ້ອມທັງລົງກວດກາເນື້ອທີ່ ແລະ ສະຖານທີ່ປຸກສ້າງຕົວຈິງ, ເຊິ່ງມີເນື້ອທີ່ໃນການປຸກສ້າງທັງໜົດ 626,64 ຕາແມັດ, ປະກອບມີ 5 ຫ້ອງຮຽນ, ມີຫ້ອງການຄູ 1 ຫ້ອງ, ຫ້ອງພັກຄູ 2 ຫ້ອງ, ຫ້ອງອ່ານໜັງສື 1 ຫ້ອງ, ຫ້ອງປະຊຸມ ແລະ ເຮັດກິດຈະກໍາ 1 ຫ້ອງ, ຫ້ອງຄົວ 1 ຫ້ອງ, ມີຫ້ອງນໍ້າ ແລະ ເຟີນີເຈີຄົບຊຸດ, ລວມມູນຄ່າທັງໜົດ 7,1 ຕື້ດົງ ແລະ ຄາດວ່າຈະເລີ່ມລົງມືກໍ່ສ້າງ ໃນທ້າຍເດືອນພະຈິກ 2018 ນີ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3562.html

In bài biết