08:40 | 17/11/2018

ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມ ຂອງ ປະທານກົງສູນໃຫຍ່ພາກກາງ ປະຈຳແຂວງສະຫວັນນະເຂດ

ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມ ຂອງ ປະທານກົງສູນໃຫຍ່ພາກກາງ ປະຈຳແຂວງສະຫວັນນະເຂດ

ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມ ຂອງ ປະທານກົງສູນໃຫຍ່ພາກກາງ ປະຈຳແຂວງສະຫວັນນະເຂດ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງບໍລິຄຳໄຊຍັງໄດ້ລາຍງານສະພາບລວມກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງແຕ່ລະດ້ານໃນໄລຍະຜ່ານມາໂດຍຫຍໍ້ໃຫ້ກັບປະທານກົງສູນໃຫຍ່ ພ້ອມດ້ວຍຄະນະໄດ້ຮັບຊາບ ເວົ້າລວມ, ເວົ້າສະເພາະກໍ່ຄື ການພົວພັນຮ່ວມມືຮອບດ້ານ ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ-ຫວຽດນາມ-ລາວ ນັບແຕ່ອາດີດຈົນມາເຖິງປະຈຸບັນ.

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມຕີລາຄາສູງໃນການເຂົ້າພົບປະຢ່ຽມຢາມຊົມເຊີຍວັນສະຖາປານາ ສປປ ລາວ ຄົບຮອບ 43 ປີ ທີ່ໄກ້ຈະມາເຖິງ. ເຊິ່ງເປັນເງື່ອນໄຂອັນດີຕໍ່ກັັບການສ້າງສາຍພົວພັນມິດຕະພາບ ເພີ່ມທະວີຄວາມສາມັກຄິແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ປະຊາຊົນສອງຊາດລາວ-ຫວຽດນາມ-ຫວຽດນາມ-ລາວ ທີ່ມີມາແຕ່ດົນແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມຂື້ນໄປເລື້ອຍໆ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3560.html

In bài biết