10:38 | 19/11/2018

ວັນບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ກຳລັງຈະຈັດຂື້ນຢູ່ແຂວງດ້ຽນບຽນ ສສ ຫວຽດນາມ

ໃນລາຍການ ຂອງວັນບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ໄດ້ຮັບການຈັດຂື້ນໂດຍ ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ປະສານສົມທົບກັບ ກຳມະການປະຊາຊົນ ແຂວງດ້ຽນບຽນ ໃນຊ່ວງວັນທີ 4 ຫາ 5 ທັນວາ 2018 ຢູ່ນະຄອນດ້ຽນບຽນ, ແຂວງດ້ຽນບຽນ.

ປີ 2018 ເປັນຂີດໝາຍຂອງ ຄົບຮອບ 56 ປີ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ (1962-2018), ຄົບຮອບ 41 ປີ ສອງປະເທດເຊັນສົນທິສັນຍາຮ່ວມມືມິດຕະພາບ (1977-2018). ໃນຂະບວນວິວັດການປ່ຽນແປງໃໝ່ ຂອງແຕ່ລະປະເທດມາຮອດປະຈຸບັນ ທັງສອງປະເທດ ຫວຽດນາມ ແລະ ລາວ ລ້ວນແລ້ວແຕ່ບັນລຸໄດ້ ບັນດາຜົນສຳເລັດອັນໃຫຍ່ຫຼວງ, ທີ່ມີຄວາມໝາຍສຳຄັນປະຫວັດສາດ ດ້ານ ເສດຖະກິດ, ສັງຄົມ, ການທູດ ຊ່ວຍສ້າງສາຍພົວພັນຮ່ວມມືຮັດແໜ້ນ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເປີດກວ້າງໃນຫຼາຍໆຂົງເຂດ.

ວັນບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ກຳລັງຈະຈັດຂື້ນຢູ່ແຂວງດ້ຽນບຽນ ສສ ຫວຽດນາມ

ງານບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ຈະປະກອບມີຫຼາຍກິດຈະກຳທີ່ພົ້ນເດັ່ນ.(ພາບ: hanoimoi.com.vn)

ງານບຸນ “ ນ້ຳໃຈມິດຕະພາບພິເສດ ຫວຽດ-ລາວ” ແມ່ນການເຄື່ອນໄຫວກໍ່ຄິດກິດຈະກຳດ້ານຂ່າວສານການທູດ ດ້ວຍບັນດາລາຍການ-ການສະແດງສິນລະປະວັດທະນະທຳ, ການວາງສະແດງ, ຕະຫຼາດນັດ. ພ້ອມກັນນັ້ນ ນີ້ກໍ່ແມ່ນຂົວຕໍ່ການພົວພັນການຄ້າ ລະຫວ່າງ ບັນດານັກທຸລະກິດ ພາຍໃນປະເທດ ກັບ ແຂວງ ດ້ຽນບຽນ ປະກອບສ່ວນຊຸກຍູ້ພັດທະນາ ເສດຖະກິດ ແຂວງດ້ຽນບຽນ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ເຊື່ອມໂຍງສາກົນ.

ວັນບຸນ “ນຳ້ໃຈມິດຕະພາບພິເສດ ຫວຽດ-ລາວ” ແມ່ນວັນບຸນຂອງປວງຊົນບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວ ຂ່າວສານການທູດ ຢູ່ຂົງເຂດຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງບັນດາ ຫ້ອງການ, ຂະແໜງການ ແລະ ປວງຊົນ ຂົງເຂດຊາຍແດນ ດ້ານຄວາມຮັບຮູ້, ຄວາມຮັບຜິດຊອບ ໃນວຽກງານການຄຸ້ມຄອງເພື່ອຮັບປະກັນຜົນສຳເລັດຂອງບັນດາພາລະກິດ ຍຸດທະສາດ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມອບໝາຍໃຫ້: ປົກປັກຮັກສາເອກກະລາດ ໃຫ້ແໜ້ນແກ່ນ, ອະທິປະໄຕ, ເອກກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ; ປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງເພື່ອພັດທະນາປະເທດຊາດ; ຍົກສູງບົດບາດ ຄວາມເຊື່ອໝັ້ນຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ.

ວັນບຸນ “ນຳ້ໃຈມິດຕະພາບພິເສດ ຫວຽດ-ລາວ” ຈະປະກອບມີບັນດາກິດຈະກຳທີ່ພົ້ນເດັ່ນເປັນຕົ້ນແມ່ນ: ງານວາງສະແດງພາບ “ ສາຍພົວພັນພິເສດ ຫວຽດ-ລາວ, ເສັ້ນທາງແຫ່ງຄວາມສະຫງ່າລາສີ”; “ງານຕະຫຼາດນັດ ວາງສະແດງ, ໂຄສະນາ ສິນຄ້າດ້ານວັດທະນະທຳທ່ອງທ່ຽວ, ສິນຄ້າປະຈຳພາກ, ອາຫານ; ກອງປະຊຸມສຳມະນາ “ ສົ່ງເສີມ ການລົງທືນການຄ້າ ແລະ ທ່ອງທ່ຽວແຂວງດ້ຽນບຽນ” (ດ້ວຍການເຂົ້າຮ່ວມຂອງກົມທ່ອງທ່ຽວ-ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກົມສົ່ງເສີມການຄ້າ-ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ບັນດານັກທຸລະກິດ ທີ່ມີປະສົບການໃນການພັດທະນາເສດຖະກິດ ພູດອຍ...) ເພື່ອແນໃສ່ໂຄສະນາ, ປຸກລະດົມສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຂອງບັນດາແຂວງ ທີ່ມີຊາຍແດນຮ່ວມກັບ ສປປ ລາວ ເວົ້າລວມ ແລະ ແຂວງດ້ຽນບຽນ ເວົ້າສະເພາະ...

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3558.html

In bài biết