14:14 | 24/11/2018

ສຳນັກຂ່າວສານລາວ-ຫວຽດນາມ ສືບຕໍ່ການຮ່ວມມື ທາງດ້ານວິຊາການແໜ້ນແຟ້ນຍິ່ງຂຶ້ນ

ສຳນັກຂ່າວສານລາວ-ຫວຽດນາມ ສືບຕໍ່ການຮ່ວມມື ທາງດ້ານວິຊາການແໜ້ນແຟ້ນຍິ່ງຂຶ້ນ

ສຳນັກຂ່າວສານລາວ-ຫວຽດນາມ ສືບຕໍ່ການຮ່ວມມື ທາງດ້ານວິຊາການແໜ້ນແຟ້ນຍິ່ງຂຶ້ນ.

ໃນພິທີກ່າວມອບໂດຍ, ທ່ານ ດິງ ດັງກວາງ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ແລະ ກ່າວຮັບ, ໂດຍ ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານຜູ້ຕາງໜ້າເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ໃນໂອກາດກ່າວມອບໂຄງການດັ່ງກ່າວ, ທ່ານ ດິງ ດັງກວາງ ໄດ້ກ່າວມີບາງຕອນສຳຄັນວ່າ: ລະບົບເຕັກນິກທີ່ທັນສະໄໝ ທີ່ສຳນັກຂ່າວສານຫວຽດນາມ ຕິດຕັ້ງໃຫ້ສຳນັກຂ່າວສານປະເທດລາວ ໄດ້ສ້າງພື້ນຖານໂຄງລ່າງ ທາງດ້ານເຕັກນິກ ທີ່ທັນສະໄໝ ແລະ ປະກອບສ່ວນສຳຄັນຊ່ວຍຍົກສູງຄຸນນະພາບ ແລະ ປະສິດທິຜົນ ທາງດ້ານວຽກງານຂ່າວສານ ຂອງສຳນັກຂ່າວສານປະເທດລາວ ເພາະຈະຊ່ວຍເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນຮ່ວມມື ຄວາມສາມັກຄີມິດຕະ ພາບ ແບບ ພິເສດ ລະຫວ່າງ ສອງສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ທີ່ມີມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ແໜ້ນ ແຟ້ນ ຍິ່ງຂຶ້ນ ແລະ ເຊື່ອໝັ້ນວ່າ ລະບົບເຕັກນິກທີ່ທັນສະໄໝດັ່ງກ່າວ, ນອກຈາກຈະຊ່ວຍໃຫ້ສຳນັກຂ່າວສານປະເທດລາວ ສາມາດຜະລິດຂ່າວໄດ້ຫລາຍປະເພດແລ້ວ ຍັງຈະຊ່ວຍຍົກສູງປະສິດທິພາບດ້ານຂ່າວສານ ຮັບໃຊ້ວຽກງານໂຄສະນາເຜີຍແຜ່ ຂອງ ສຳນັກຂ່າວສານປະເທດລາວ ໃນຍຸກເຕັກໂນໂລຊີ 4.0 .

ໃນໂອກາດດຽວກັນ, ທ່ານ ສູນທອນ ຄັນທະວົງ ກ່າວວ່າ: ຕະຫລອດໄລຍະເຄິ່ງສັດຕະວັດຜ່ານມາ ສຳນັກຂ່າວສານຫວຽດນາມ ແຫ່ງໜຶ່ງແຫ່ງດຽວ ທີ່ໄດ້ໃຫ້ການຊ່ວຍເຫລືອ ສ້າງສຳນັກຂ່າວສານປະເທດລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານບຸກຄະລາກອນ, ພື້ນຖານວັດຖຸເຕັກນິກ, ໂດຍສະເພາະຮູບພາບ ທີ່ເປັນຮູບການເຄື່ອນໄຫວປະຫວັດສາດ ນັບແຕ່ຊຸມປີ 1945 ເປັນຕົ້ນມາ ແລະ ໄດ້ມອບໃຫ້ສຳ ນັກຂ່າວສານປະເທດລາວ ເປັນຜູ້ນຳໃຊ້ຕະຫລອດມາ. ທັງນີ້, ກໍເພື່ອ ເປັນການປະກອບສ່ວນອັນສໍາຄັນ ລະຫວ່າງ ສອງສຳນັກຂ່າວສານ ລາວ-ຫວຽດນາມ ທີ່ມີມູນເຊື້ອຄວາມສາມັກຄີ ອັນເລີກເຊິ່ງສະໜິດແໜ້ນທີ່ສຸດ ແລະ ເປັນການເພີ່ມທະວີຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ຂໍໃຫ້ຄໍາໝັ້ນສັນຍາວ່າ ຈະນຳໃຊ້ໂຄງການດັ່ງກ່າວ, ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3555.html

In bài biết