ກະກຽມກອງປະຊຸມ ປະທານອົງການພຸດທະສາສະໜາ 3 ປະເທດ ກໍາປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1
|
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອຍົກສູງບົດບາດການເຄື່ອນໄຫວ ຂອງອົງການພຸດທະສາສະໜາສຳພັນລາວ ແຕ່ລະຂັ້ນ, ເປັນການສ້າງເງື່ອນໄຂ ໃຫ້ຜູ້ແທນສົງ 3 ປະເທດ ໄດ້ພົບປະປຶກສາຫາລືແລກ ປ່ຽນຄຳຄິດເຫັນ ເພື່ອຮ່ວມມືກັບອົງການຊາວພຸດກຳປູເຈຍ ແລະ ຫວຽດນາມ ໃນດ້ານພຸດທະສາສະໜາໃນເງື່ອນໄຂໃໝ່ ທີ່ມີການເຊື່ອມໂຍງພາກພື້ນ ແລະ ສາກົນ ເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອ ຂອງອົງການຊາວພຸດ ກໍຄື ພຸດທະສາສະນິກະຊົນ 3 ປະເທດ.
ໃນກອງປະຊຸມຄັ້ງນີ້, ຜູ້ແທນຈະໄດ້ຮັບຟັງ ການປະກອບຄຳເຫັນຂອງປະທານພຸດທະສາສະໜາ ແລະ ຄະນະນຳຂອງຝ່າຍຄາລະວາດທີ່ກ່ຽວຂ້ອງຂອງ 3 ປະເທດ. ນອກນີ້, ຜູ້ແທນຝ່າຍ ກຳປູເຈຍ ແລະ ຫວຽດນາມ ຈະໄດ້ເຂົ້າຢ້ຽມຄຳນັບ ການນຳຂັ້ນສູງຂອງພັກ-ລັດ ແລະ ຈະໄດ້ມີການລົງນາມສອງຝ່າຍ ໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ ກັບ ອົງການພຸດທະສາສະໜາ ຫວຽດນາມ, ອົງການພຸດທະສາສະໜາສຳພັນລາວ ກັບ ອົງການພຸດທະສາສະໜາກຳປູເຈຍ, ສູນກາງແນວລາວສ້າງຊາດ ກັບ ສູນກາງແນວໂຮມສາມັກຄີພັດທະນາມາຕຸພູມກຳປູເຈຍ. ຈາກນັ້ນ, ຈະໄດ້ລົງນາມໃນບົດບັນທຶກກອງປະຊຸມ 3 ຝ່າຍ ກໍາປູເຈຍ-ລາວ-ຫວຽດນາມ.
ໃນໂອກາດການມາຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນ ກໍາປູເຈຍ ແລະ ຫວຽດນາມ ຈະໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານວັດທະນະທຳ ທີ່ສຳຄັນຂອງນະຄອນ ຫລວງວຽງຈັນ ແລະ ຫລວງພະບາງ, ຄະນະຜູ້ແທນຈະພົບປະກັບ ທ່ານເຈົ້າແຂວງ ແລະ ຄະນະນຳ ແຂວງຫລວງພະບາງ, ຢ້ຽມຢາມສະຖານທີ່ວັດທະນະທຳ ເມືອງມໍລະດົກໂລກ ຕື່ມອີກ.
(ແຫຼ່ງຂໍ້ມູນ: ສຸກສະຫວັນ ອຸໄລລັດ/ຂປລ)