20:14 | 07/09/2018

ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມທະຫານເຂດ 2

ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມທະຫານເຂດ 2

ທ່ານພົນຈັດຕະວາ ຊຸ່ງຖິ່ນກໍ່, ຮອງຜູ້ບັນຊາການທະຫານເຂດ 2 ແລະທ່ານພັນໂທ ທົງໄຊ, ຫົວໜ້າຄະນະພະນັກງານກົມວິທະຍາສາດ - ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ມອບຂອງຂວັນທີ່ລະນຶກ. (ພາບ: quankhu2.vn)

ທີ່່ການຕ້ອນຮັບ, ທ່ານພົນຈັດຕະວາ ຊຸ່ງຖິ່ນກໍ່, ຮອງຜູ້ບັນຊາການທະຫານເຂດ 2 ຊົມເຊີຍການມາຢ້ຽມຢາມ, ເຮັດວຽກຂອງຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານກອງທັບປະຊາຊົນລາວ ຢູ່ຫວຽດນາມ, ພ້ອມທັງແຈ້ງໃຫ້ຄະນະຮັບຊາບກ່ຽວກັບໝາກຜົນພົ້ນເດັ່ນຂອງກໍາລັງປະກອບອາວຸດທະຫານເຂດ 2, ການເຄື່ອນໄຫວພົວພັນຕ່າງປະເທດດ້ານການທະຫານ, ການທູດປະຊາຊົນ; ສະພາບການພັດທະນາເສດຖະກິດ - ວັດທະນະທໍາ - ສັງຄົມ, ເພີ່ມທະວີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນບໍລິເວນທະຫານເຂດ 2 ໃນໄລຍະຜ່ານມາ ແລະແລກປ່ຽນບາງບັນຫາທີ່ກ່ຽວຂ້ອງ.

ທ່ານພັນໂທ ທົງໄຊ ຊົມເຊີຍບັນດາຜົນງານ ເຊິ່ງກໍາລັງປະກອບອາວຸດທະຫານເຂດ 2 ແລະບັນດາທ້ອງຖິ່ນໃນບໍລິເວນທະຫານເຂດບັນລຸໄດ້; ພ້ອມທັງຍ້ອງຍໍສັນລະເສີນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3537.html

In bài biết