14:01 | 13/09/2018

ທ່ານພົນຕີ ຮວ່າງຊວນ ຈ໋ຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ທ່ານພົນຕີ ຮວ່າງຊວນ ຈ໋ຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ທ່ານພົນຕີ ຮວ່າງຊວນຈ໋ຽນ ກໍາມະການສູນກາງພັກ ກໍາມະການຄະນະພັກການທະຫານສູນກາງ ຜູ້ບັນຊາການທະຫານຊາຍແດນ. (ພາບ: qdnd.vn)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ກອງບັນຊາການ ທະຫານຊາຍແດນ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບລາວ ຈະດໍາເນີນການແລກປ່ຽນສະພາບການ ສະຫຼຸບປະເມີນຜົນ ສອງປີແຫ່ງການຈັດຕັ້ງປະຕິບັດ ບົດບັນທຶກຮ່ວມມື ລະຫວ່າງ ສອງຝ່າຍໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ລຽບຕາມຊາຍແດນ ຫວຽດນາມ-ລາວ ເຊິ່ງໄດ້ລົງນາມໃນວັນທີ 16 ມິຖຸນາ 2018 ຢູ່ແຂວງເທື່ອທຽນເຫວ້ ສສ ຫວຽດນາມ.

ນີ້ແມ່ນໂອກາດຂອງການເພີ່ມທະວີນໍ້າໃຈສາມັກຄີ ມິດຕະພາບ ລະຫວ່າງ ກອງບັນຊາການ ທະຫານຊາຍແດນ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບລາວ.

ໃນໄລຍະຜ່ານມາ, ທະຫານຊາຍແດນຫວຽດນາມ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ກັບ ກົມໃຫຍ່ປ້ອງກັນຄວາມສະຫງົບ ຂອງ ກະຊວງປ້ອງກັນຄວາມສະຫງົບລາວ ໃນວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ ຂອງ ສອງປະເທດ, ປະກອບສ່ວນເຂົ້າໃນການສ້າງແນວຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ ມິດຕະພາບ ຮ່ວມມື ແລະ ພັດທະນາ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3534.html

In bài biết