09:18 | 26/09/2018

ກອງບັນຊາການ ປກສ ລາວ-ຫວຽດນາມ ພົບປະແລກ ປ່ຽນບົດຮຽນຮ່ວມກັນ

ກອງບັນຊາການ ປກສ ລາວ-ຫວຽດນາມ ພົບປະແລກ ປ່ຽນບົດຮຽນຮ່ວມກັນ

ຫົວໜ້າກອງບັນຊາການ ປກສ ແຂວງຫລວງນໍ້າທາ ແລະ ຫົວໜ້າກອງບັນຊາການຕຳຫລວດ ແຂວງ ເຊີນລາ ສສ ຫວຽດນາມ. (ພາບ: ຂປລ)

ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍໄດ້ພັດປ່ຽນກັນລາຍງານ, ສັງເກດຕີລາຄາຄືນຕໍ່ກັບສະພາບການປະສານສົມທົບ ຮ່ວມມືດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຜ່ານມາ ​ໂດຍໄດ້ມີການລາຍງານໃຫ້ກັນ ແລະ ກັນຊາບ ຢ່າງເປັນປົກກະຕິ ກ່ຽວກັບຂໍ້ມູນຂ່າວສານ, ເປັນເຈົ້າການໃນການຕອບຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜ່ງ ຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງສອງຝ່າຍ, ດ້ານການຮ່ວມມືກັນຕ້ານ ແລະ ສະກັດກັ້ນຢາເສບຕິດ ທັງສອງຝ່າຍ ກໍຄື ແຂວງຫລວງນໍ້າທາ ແລະ ແຂວງ ເຊີນລາ ເຖິງວ່າ ບໍ່ມີຊາຍແດນຕິດຈອດກັນກໍຕາມ, ໃນໄລຍະຜ່ານມາ ກໍ​ໄດ້ປະສານສົມທົບກັນ ໂດຍສະເພາະ ແມ່ນກອງປະຊຸມພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍການພັດປ່ຽນກັນ ເປັນເຈົ້າພາບ ແລະ ໄດ້ຊ່ອງແສງລາຍງານ ການເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດໃຫ້ກັນ ແລະ ກັນ ຊາບຕະຫລອດມາ.

ສຳລັບ ແຜນການຮ່ວມມືກັນໃນຕໍ່ໜ້າ ທັງສອງຝ່າຍໄດ້ບັນລຸ ແລະ ເຫັນດີ ເປັນເອກະພາບກັນ ສືບຕໍ່ເພີ່ມທະວີ ສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ ໃນໜ້າທີ່ວຽກງານ ເພື່ອຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະສານສົມທົບກັນຕ້ານ, ສະກັດກັ້ນອາຊະຍາກຳ, ຕ້ານທຸກການເຄື່ອນໄຫວຂອງກຸ່ມ ຄົນກໍ່ອາຊະຍາກຳຂ້າມຊາດ, ຄ້າ-ຂາຍຢາເສບຕິດ, ອາວຸດເສີກ, ເງິນປອມ ແລະ ອື່ນໆ.

ໂອກາດ​ດຽວ​ກັນ, ກອງບັນຊາການຕຳຫລວດແຂວງ ເຊີນລາ ກໍໄດ້ມອບເງິນຊ່ວຍເຫລືອຈຳນວນ 300 ລ້ານດົງ (ສະກຸນເງິນຫວຽດນາມ) ​ໃຫ້​ແກ່ກອງບັນຊາການ ປກສ ແຂວງຫລວງນໍ້າທາ ເພື່ອປະກອບສ່ວນ ເຂົ້າໃນວຽກງານວິຊາສະເພາະ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທາງສັງຄົມ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3529.html

In bài biết