ຫ້ອງວ່າການສູນກາງພັກ ຈັດຝຶກອົບຮົມການນຳໃຊ້ ແລະ ບໍາລຸງລະບົບໄອທີ
![]() |
ທ່ານ ຈັນທະບູນ ລັດຕະ ນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ.
ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ລັດຕະ ນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ, ທ່ານ ບຸຍວັນ ແທັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຄອມມູນິດຫວຽດນາມ, ພ້ອມດ້ວຍພະນັກງານພາຍໃນຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມ.
ທ່ານ ຈັນທະບູນ ລັດຕະນະວົງ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ແມ່ນມີຄວາມສຳຄັນຫລາຍ ເຊິ່ງນອນໃນທິດທາງໜ້າທີ່ໃນການຍົກສູງຄຸນນະພາບ ແລະ ການຫັນເປັນທັນສະໄໝ ໃນວຽກງານເສນາທິການຮັບໃຊ້ການນຳ ຂອງຫ້ອງວ່າການສູນກາງພັກ, ບໍາລຸງສ້າງຖັນແຖວພະນັກງານ-ລັດ ຖະກອນ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການນໍາໃຊ້ເຄື່ອງມື, ອຸປະກອນທີທັນສະໄໝ ແລະ ໂປຣແກມຕ່າງໆ ເຂົ້າໃນວຽກງານ ກໍຄື ໜ້າທີ່ຮັບຜິດຊອບການເມືອງຂອງຕົນ ຢ່າງມີປະສິດ ທິພາບ ແລະ ມີຜົນສຳເລັດທີ່ດີກວ່າເກົ່າ, ເຊິ່ງການນຳໃຊ້ໂປຣແກມດັ່ງກ່າວ ແມ່ນເປັນປັດໄຈໜຶ່ງທາງດ້ານເຕັກນິກ-ເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ຈະອຳນວຍຄວາມສະດວກ ໃຫ້ກັບການເຮັດໜ້າທີ່ການເມືອງຂອງແຕ່ລະຄົນ ກໍຄື ບັນດາກົມກອງ ແລະ ພາກສ່ວນຕ່າງໆ ພາຍໃນຫ້ອງວ່າການສູນກາງພັກ ມີບາດລ້ຽວຫັນປ່ຽນສູ່ຄຸນນະພາບ ທີ່ຕັ້ງໜ້າ ແລະ ວ່ອງໄວ ກວ່າເກົ່າ.
![]() |
ບັນຍາກາດການຝຶກອົບຮົມ.
ໄລຍະຜ່ານມາ ກົມໄອທີ ຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສູນໄອທີ ຫ້ອງວ່າການສູນກາງພັກ ຄອມມູນິດຫວຽດນາມ ໄດ້ມີການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນຕະ ຫລອດມາ ເປັນຕົ້ນແມ່ນ ການກໍ່ສ້າງພື້ນຖານໂຄງລ່າງ ລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານ, ການແລກປ່ຽນທາງດ້ານວິຊາການ ແລະ ອື່ນໆ.
(ແຫຼ່ງຂໍ້ມູນ: KPL)