16:05 | 29/09/2018

ງານສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕັ້ງສາຍພົວພັນການຮ່ວມມື ມິດຕະພາບ ແຂວງ ອຽນບ໋າຍ-ແຂວງວຽງຈັນ

ງານສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕັ້ງສາຍພົວພັນການຮ່ວມມື ມິດຕະພາບ ແຂວງ ອຽນບ໋າຍ-ແຂວງວຽງຈັນ

ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື, ມິດຕະພາບລະຫວ່າງແຂວງ ອຽນບ໋າຍ ແລະ ແຂວງ ວຽງຈັນ. (ພາບ: TTXVN)

ເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງນີ້ ຝ່າຍວຽງຈັນ ປະກອບມີ ສະຫາຍ ວີດົງ ໄຊຍະສອນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆ ວຽງຈັນ, ສະຫາຍ ບຸນເພັງ ສາຍນໍລະດີ, ຄະນະກຳມະການ ຜູ້ປະຈຳການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງ ແຂວງ ວຽງຈັນ ພ້ອມກັບບັນດາສະມາຊິກຜູ້ແທນຂອງແຂວງວຽງຈັນ; ສະຫາຍ ວຽງໄຊ ດາລາແສງ- ທີ່ປືກສາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ຝ່າຍແຂວງ ອຽນບ໋າຍ ປະກອບມີ: ສະຫາຍ ຟ້າມຖິແທັງ ຈ່າ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານ ສະພາປະຊາຊົນ ແຂວງ ອຽນບ໋າຍ; ສະຫາຍ ໂດ໋ດຶກ ຢຸຍ, ຮອງເຂລາພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ພ້ອມທັງບັນດາສະຫາຍໃນຄະນະປະຈຳພັກແຂວງ, ສະພາປະຊາຊົນ, ຄະນະປະຈຳ ຫ້ອງວ່າການແຂວງ, ຄະນະກຳມະການ ແນວໂຮມຊາດ ແຂວງ ແລະ ບັນດາພະນັກງານ, ສະມາຊິກພັກ, ກຳມະບານ, ກຳລັງປະກອບອາວຸດ, ຄະນະພໍ່ແມ່ປະຊາຊົນ, ບຸກຄົນ ຂອງທ້ອງຖິ່ນ ແລະ ບັນດານ້ອງນັກຮຽນພາຍໃນແຂວງເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງນີ້ຢ່າງຍິ່ງໃຫຍ່.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຟ້າມທິແທງຈາ, ເລຊາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ອຽນບ໋າຍ ໄດ້ເນັ້ນໜັກວ່າ ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອການພົວພັນສະໜິດແໜ້ນ, ສັດຊື່ບໍລິສຸດລະຫວ່າງ 2 ພັກ, 2 ຊາດ, ດ້ວຍຈິດໃຈຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ການນຳ, ພະນັກງານ 2 ແຂວງ ວຽງຈັນ - ອຽນບ໋າຍ ທຸກລຸ້ນຄົນໄດ້ມານະພະຍາຍາມເພີ່ມພູນຄູນສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງບໍ່ຢຸດຢັ້ງ, ນຳການພົວພັນມິດຕະພາບລະຫວ່າງ 2 ແຂວງ ຂຶ້ນສູ່ລະດັບສູງໃໝ່ເທື່ອລະກ້າວ ດ້ວຍຜົນງານສຳຄັນ ແລະ ມີຄວາມໝາຍຫລາຍຢ່າງ.

ແລະກໍ່ໃນພິທີສະເຫຼີມສະຫຼອງ, ທ່ານ ວິດົງ ໄຊຍະສອນ ເລຂາພັກແຂວງ, ເຈົ້າແຂວງແຂວງ ວຽງຈັນ ໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມື ຊຶ່ງແຂວງ ອຽນບ໋າຍ ແລະ ວຽງຈັນ ບັນລຸໄດ້ໃນໄລຍະຜ່ານມາ. ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບລະຫວ່າງ 2 ແຂວງ ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນໃນເລື່ອງສືບຕໍ່ຍູ້ແຮງການພັດທະນາຮ່ວມມືລະຫວ່າງ 2 ແຂວງ ອຽນບ໋າຍ - ວຽງຈັນ ເພືຶ່ອໃຫ້ການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ທີ່ເປັນມູນເຊື້ອຍາວນານລະຫວ່າງ 2 ແຂວງນັບມື້ນັບພັດທະນາດີຍິ່ງໆຂຶ້ນໃນໄລຍະປ່ຽນແປງໃໝ່.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3526.html

In bài biết