08:10 | 18/07/2018

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ທີ່ການພົບປະ, ທ່ານພັນເອກພິເສດ ຮ່າແມ້ງເຕື່ອງ ໄດ້ແນະນໍາໂດຍສັງເຂດກ່ຽວກັບການຈັດຕັ້ງ, ເຄື່ອນໄຫວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະເນັ້ນໜັກວ່າ, ໃນໄລຍະຜ່ານມາ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາທີ່ພົ້ນເດັ່ນ, ໄດ້ຮັບຄວາມເອົາໃຈໃສ່ ແລະຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະກອງທັບ, ມີອິດທິພົນຊື່ສຽງ ແລະສົ່ງຜົນສະທ້ອນໃນກອງທັບ ແລະສັງຄົມຢ່າງເລິກເຊິ່ງ ແລະກວ້າງຂວາງ.

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ຄະນະ ໜ​ສ​ພ ກອງທັບປະຊາຊົນລາວ ຖ່າຍຮູບກັບ ຄະນະບັນນາທິການ ນັກຂ່າວ ໜ​ສ​ພ ກອງທັບປະຊາຊົນຫວຽດນາມ. (ພາບ: ຮຸ່ງຄວາ)

ທີ່ການພົບປະ ທ່ານພັນເອກ ຄໍາສາວ ແກ້ວວິເສດ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ ແລະຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຈິງໃຈຂອງພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

ທ່ານພັນເອກພິເສດ ເລຟີຮຸ່ງ, ຫົວໜ້າຄະນະຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນຫວຽດນາມ ປະຈໍານະຄອນໂຮ່ຈິມິນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍຂອງອົງການຜ່ານໄລຍະກໍ່ສ້າງ ແລະພັດທະນາມາເປັນເວລາ 41 ປີ. ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນ ລາວ ໄດ້ໄປຢ້ຽມຊົມບັນດາຫ້ອງເຮັດວຽກ, ໂອ້ລົມ, ແບ່ງປັນບົດຮຽນກັບພະນັກງານ, ນັກຂ່າວຂອງຄະນະຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນຫວຽດນາມ ປະຈໍາ ນະຄອນ ໂຮ່ຈີ໋ມິງ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3521.html

In bài biết