08:31 | 20/07/2018

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ. (ພາບ: ເຊີນຕ່ອງ)

ເນື່ອງໃນການຢ້ຽມຢາມຄັ້ງນີ້, ທ່ານພົນຈັດຕະວາ ບົວສິງ ອິນທະວົງ ໄດ້ມອບຂອງຂວັນ, ອວຍພອນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ, ອວຍພອນສາຍພົວພັນອັນດີງາມລະຫວ່າງສອງປະເທດລາວ-ຫວຽດນາມ ເວົ້າລວມ, ລະຫວ່າງກອງທັບລາວ ແລະຫວຽດນາມ ເວົ້າສະເພາະຍາມໃດກໍ່ໝັ້ນຄົງເຂັ້ມແຂງ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ທ່ານພັນເອກພິເສດ ຮວ່າງຊວນເກື່ອງ ມອບຂອງຂວັນໃຫ້ຄະນະລາວ. (ພາບ: ເຊີນຕ່ອງ)

ທ່ານພັນເອກພິເສດ ຮວ່າງຊວນເກື່ອງ ໄດ້ຂອບໃຈທ່ານພົນຈັດຕະວາ ບົວສິງ ອິນທະວົງ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ, ອວຍພອນສະມາຊິກໃນຄະນະໝົດທຸກຄົນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະສາຍພົວພັນສາມັກຄີມິດຕະພາບນັບມື້ນັບໄດ້ຮັບການຮັດແໜ້ນກວ່າອີກ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານລາວຢ້ຽມຊົມເຂດທ່ອງທ່ຽວປະຫວັດສາດ ພູບ່າແດນ. ພາບ: ເຊີນຕ່ອງ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ໄຕນິງ ກໍ່ໄດ້ມອບຂອງຂວັນທີ່ລະນຶກ ແລະແນະນໍາຄະນະໄປຢ້ຽມຊົມເຂດທ່ອງທ່ຽວປະຫວັດສາດ ພູບ່າແດນ ແຂວງ ໄຕນິງ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-3520.html

In bài biết