08:47 | 31/05/2018

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ກ່າວຄໍາເຫັນທີ່ພິທີຕ້ອນຮັບຄະນະນັກຂ່າວແຫ່ງ ສປປ ລາວ. (ພາບ: ທູຖຸຍ-ຫວຽດເກືອງ.)

ທີ່ການຕ້ອນຮັບ, ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ໄດ້ແນະນໍາໂດຍສັງເຂບກ່ຽວກັບບັນດາຈຸດພື້ນຖານໃນໄລຍະທາງເກືອບ 68 ປີແຫ່ງການສ້າງສາ, ພັດທະນາ ແລະເຕີບໃຫຍ່ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ປັດຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ມີບັນດາສື່ສິ່ງພິມ: ໜັງສືພິມລາຍວັນ; ໜັງສືພິມລາຍອາທິດ; ໜັງສືພິມລາຍເດືອນ (ເຫດການ ແລະພະຍານຫຼັກຖານ) ແລະໜັງສືພິມກອງທັບປະຊາຊົນເອເລັກໂຕນິກ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ຕ້ອນຮັບຄະນະນັກຂ່າວແຫ່ງ ສປປ ລາວ (ພາບ: ທູຖຸຍ-ຫວຽດເກືອງ.)

ດ້ວຍເປົ້າໝາຍຜັນຂະຫຍາຍການສ້າງໜັງສືພິມກອງທັບປະຊາຊົນຫວຽດນາມ ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ກໍານົດທິດຫາງສຽງ, ຕາມແຜນຮ່າງ “ກຳນົດແຜນການພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດເຖິງປີ 2025” ຂອງລັດຖະບານ, ກົງກັບໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກໄດ້ຈັດທົດລອງເວັບໄຊສະເພາະ video-audio.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ແນະນໍາບັນດາວັດຖຸພັນຢູ່ຫ້ອງມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຄະນະນັກຂ່າວແຫ່ງ ສປປ ລາວ. (ພາບ: ທູຖຸຍ-ຫວຽດເກືອງ)

ຕາມທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ແລ້ວ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການໂຄສະນາກ່ຽວກັບແນວທາງ, ທັດສະນະ, ນະໂຍບາຍຂອງພັກ ແລະລັດຫວຽດນາມ, ກ່ຽວກັບເສດຖະກິດ-ສັງຄົມ, ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາການເຄື່ອນໄຫວຂອງກໍາລັງປະກອບອາວຸດ.

ໂດຍປະຕິບັດແນວທາງພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສະຫງວນປະລິມານສ່ວນໃຫຍ່ເພື່ອໂຄສະນາກ່ຽວກັບສະພາບໂລກ, ບັນດາປະເທດໃນຂອບເຂດທົ່ວໂລກ, ພິເສດແມ່ນໂຄສະນາກ່ຽວກັບປະເທດຊາດ ແລະປະຊາຊົນ, ບັນດາຜົນງານພົ້ນເດັ່ນຂອງປະເທດລາວ ອ້າຍນ້ອງກໍ່ຄືສາຍພົວພັນແບບພິເສດຫວຽດນາມ-ລາວ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານ ປິ່ນປາດຖະໜາ ພັນທະມາລີ ກ່າວຄໍາເຫັນທີ່ການເຮັດວຽກກັບໜັງສືພິມກອງທັບປະຊາຊົນ ຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ແນະນໍາບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຄະນະນັກຂ່າວແຫ່ງ ສປປ ລາວ ຖ່າຍຮູບເປັນທີ່ລະນຶກກັບການນໍາ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຕາງໜ້າຄະນະນັກຂ່າວແຫ່ງ ສປປ ລາວ, ທ່ານ ປິ່ນປາດຖະໜາ ພັນທະມາລີ ມີຄວາມປິຕິຊົມຊື່ນຊົມເມື່ອໄດ້ເຫັນປະຈັກຕາການເຕີບໃຫຍ່ເຂັ້ມແຂງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ກໍ່ຄືບັນດາການປະກອບສ່ວນສໍາຄັນຂອງໜັງສືພິມສໍາລັບປະເທດຫວຽດນາມ ແລະການປະກອບສ່ວນໃຫ້ແກ່ສາຍພົວພັນຫວຽດນາມ-ລາວ. ຄະນະນັກຂ່າວແຫ່ງ ສປປ ລາວ ກໍ່ຖືວ່າ, ການມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ເວົ້າລວມ, ຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເວົ້າສະເພາະຈະນໍາມາເຊິ່ງບັນດາຄຸນຄ່າພຶດຕິກໍາຕົວຈິງທີ່ມີປະໂຫຍດໃຫ້ແກ່ບັນດານັກຂ່າວ ລາວ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3511.html

In bài biết