11:15 | 12/09/2019

ຜັນຂະຫຍາຍແຜນການຈັດຕັ້ງບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ

ຜັນຂະຫຍາຍແຜນການຈັດຕັ້ງບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ

ຜັນຂະຫຍາຍແຜນການຈັດຕັ້ງບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ. (ພາບ: baomoi.com)

ຕາມລາຍການ, ຄະນະພະນັກງານຂອງພັກປະຊາຊົນປະຕິວັດລາວ ມາຫວຽດນາມ ຮໍ່າຮຽນໃນຄັ້ງນີ້ມີ 110 ຄົນ, ແບ່ງເປັນ 4 ຫ້ອງ. ຫ້ອງທີໜຶ່ງຈະດໍາເນີນແຕ່ວັນທີ 16 ຫາວັນທີ 29 ກັນຍາ 2019. ເນື້ອໃນຄົ້ນຄວ້າ, ແລກປ່ຽນກັບພະນັກງານຂອງພັກປະຊາຊົນປະຕິວັດລາວ ລວມມີ 14 ຫົວເລື່ອງສະເພາະ, ເຊິ່ງຕົ້ນຕໍແມ່ນກ່ຽວຂ້ອງເຖິງບົດຮຽນໃນການກໍ່ສ້າງພັກກອມມູນິດຫວຽດນາມ ແລະພັກກຳອຳນາດໃນສະພາບການໃໝ່; ບົດຮຽນໃນການປະຕິຮູບດ້ານການບໍລິຫານລັດ; ວຽກງານກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຂອງພັກກອມມູນິດຫວຽດນາມ; ທັກສະນໍາພາຄຸ້ມຄອງ; ບັນດາບັນຫາກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ ແລະ ອື່ນໆ. ບັນດານັກສໍາມະນາກອນກໍ່ຈະໄດ້ໄປຄົ້ນຄວ້າຕົວຈິງຢູ່ບາງແຂວງ, ນະຄອນຢູ່ຫວຽດນາມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3495.html

In bài biết