15:35 | 07/10/2019

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ.(ພາບ:TTXVN)

ກ່າວຄໍາເຫັນທີ່ພິທີ, ຜູ້ຮັກສາການອຳນວຍການໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ຢັ້ງຢືນວ່າຖັນແຖວຄູອາຈານຊາວຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈ ແລະຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນເມືອຢືນໃນຖັນແຖວພ້ອມກັບຄູສອນລາວ, ສິດສອນໃຫ້ລູກນ້ອງຄົນຫວຽດນາມ ກໍ່ຄືນັກຮຽນລາວທີ່ພວມຮໍ່າຮຽນຢູ່ໂຮງຮຽນ, ຊ່ວຍໃຫ້ພວກນ້ອງນັກຮຽນເຊື້ອຊາດຫວຽດນາມ ສາມາດເວົ້າ, ເຂົ້າໃຈໄດ້ພາສາແມ່, ຜ່ານນັ້ນຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ແລະຍາມໃດກໍ່ຄິດຮອດບ້ານເກີດເມືອງນອນ, ປະເທດຊາດຫວຽດນາມ. ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ, ຕາງໜ້າອໍານາດການປົກຄອງທ້ອງຖິ່ນພ້ອມກັບບັນດາສະມາຄົມປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ ລາວ ໄດ້ມອບຊໍ່ດອກໄມ້ເຊີດຊູບັນດາຄູອາຈານຂອງໂຮງຮຽນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3487.html

In bài biết