09:25 | 07/08/2019

ຫວຽດນາມ-ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດກອງທັບ

ຫວຽດນາມ-ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດກອງທັບ

ຫໍສະໝຸດກອງທັບຫວຽດນາມ ມອບຄອມປິວເຕີ, ເຄື່ອງ photocopy ຈໍານວນໜຶ່ງໃຫ້ແກ່ຫໍສະໝຸດ ກອງທັບລາວ. (ພາບ: nhandan.com.vn)

ທີ່ການເຮັດວຽກ, ທ່ານພັນໂທ ພິມພາ ປັນຍາຮັກ ຜູ້ອຳນວຍການຫໍສະໝຸດ ກອງທັບປະຊາຊົນ ລາວ ໃຫ້ຮູ້ວ່າ: ວຽກງານຫໍສະໝຸດໃນກອງທັບລາວ ຍັງປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງ, ເຊິ່ງບໍ່ທັນແກ້ໄຂໄດ້ຍ້ອນວ່າຂາດພາຫະນະເຮັດວຽກ ແລະບຸກຄະລາກອນ ແລະ ໄດ້ສະເໜີໃຫ້ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ຊ່ວຍເຫຼືອການບຳລຸງສ້າງ, ຍົກລະດັບວິຊາການໃຫ້ແກ່ພະນັກງານ, ນັກຮົບຂອງ ຫໍສະໝຸດກອງທັບປະຊາຊົນ ລາວ, ເພີ່ມທະວີການພົວພັນຮ່ວມມືແລກປ່ຽນດ້ານຂໍ້ມູນຂ່າວສານ, ປື້ນປະເພດຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງພະນັກງານ, ນັກຮົບ ແລະ ທົ່ວສັງຄົມ ແລະ ອື່ນໆ.

ທ່ານນາງພັນເອກພິເສດ ເຈິ່ນບິກເຫວ້ ຢັ້ງຢັນວ່າ, ຫໍສະໝຸດກອງທັບຫວຽດນາມ ຈະເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືກັບຫໍສະໝຸດກອງທັບລາວ. ກ່ຽວກັບບັນດາເນື້ອໃນ ເຊິ່ງຝ່າຍລາວສະເໜີ, ຫໍສະໝຸດກອງທັບຫວຽດນາມ ຈະຄົ້ນຄວ້າ ແລະສະເໜີຕໍ່ຂັ້ນເທິງເພື່ອສາມາດຜັນຂະຫຍາຍບັນດາຂໍ້ສະເໜີຂອງຫໍສະໝຸດກອງທັບລາວ ຢ່າງໄວທີ່ສຸດ.

ຫວຽດນາມ-ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດກອງທັບ

ບັນຍາກາດທີ່ການເຮັດວຽກ. (ພາບ: nhandan.com.vn)

ເນື່ອງໃນໂອກາດນີ້, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ມອບອຸປະກອນຫ້ອງການຈຳນວນໜຶ່ງໃຫ້ແກ່ຫໍສະໝຸດກອງທັບປະຊາຊົນລາວລວມມີ: ຄອມພິວເຕີ, ເຄື່ອງພິມເອກະສານ, ເຄື່ອງ scan ແລະ ຈັກ photocopy.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3483.html

In bài biết