09:30 | 07/08/2019

ຍົກສູງປະສິດທິຜົນຂອງບັນດາລາຍການແລກປ່ຽນມິດຕະພາບຊາຍແດນ

ຍົກສູງປະສິດທິຜົນຂອງບັນດາລາຍການແລກປ່ຽນມິດຕະພາບຊາຍແດນ

ທ່ານພົໂທ ຮວ່າງ ຊົນຈ໋ຽນ ໄດ້ກ່າວສະຫລຸບກອງປະຊຸມ. (ພາບ: ແທັ່ງຈຸງ)

ການລາຍງານທີ່ກອງປະຊຸມ, ທ່ານພົນຈັດຕະວາ ເລ ວັນ ທ້າວ, ຮອງຫົວໜ້າ ເສນາທິການກອງບັນຊາການທະຫານຊາຍແດນໃຫ້ຮູ້ວ່າ: ລາຍການແລກປ່ຽນມິດຕະພາບ ຊາຍແດນຫວຽດນາມ - ລາວ ປີ 2019 ໄດ້ຮັບການປະຕິບັດ ແລະ ປະສານສົມທົບດ້ວຍຜົນສຳເລັດຢ່າງຈົບງາມ. ການຍາດໄດ້ກໍ່ຄືການບັນລຸຜົນສຳເລັດດັ່ງກ່າວ, ກອງບັນຊາການທະຫານຊາຍແດນໄດ້ປະສານສົມທົບກັບ ຄະນະປະຈຳພັກແຂວງ, ຄະນະກຳມະການປະຊາຊົນແຂວງກວາງຈິ ເພື່ອຊີ້ນຳ, ໃກ້ຊິດຕິດແທດ ແລະ ເອົາຈິງເອົາຈັງດ້ວຍຄວາມເຂັ້ມງວດ; ກອງບັນຊາການທະຫານຊາຍແດນແຂວງກວາງຈີ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເສນາທິການກໍ່ຄືໃຫ້ຄຳປຶກສາ ແລະ ປະສານສົມທົບຢ່າງ ແໜ້ນແຟ້ນ ກັບບັນດາພະແນກ, ຂະແໜງການ ແລະ ບັນດາຫ້ອງການກໍ່ຄືໜ່ວຍງານ ເພື່ອເຮັດສຳເລັດໜ້າທີ່ວຽກງານການກະກຽມທຸກສິ່ງຢ່າງ ດ້ວຍຄວາມລະມັດລະວັງ ແລະ ປອດໄພ. ແຂກຜູ້ເຂົ້າຮ່ວມຮັບປະກັນຕາມແຜນການ; ການຕ້ອນຮັບ ແລະ ຈັດແຈງການກິນຢູ່, ບ່ອນພັກເຊົາມີຄວາມເອົາໃຈໃສ່.

ຝ່າຍລາວໄດ້ສະແດ່ງຄວາມຮັບຮູ້ ແລະ ຕີລາຄາສູງຕໍ່ການກະກຽມ ແລະ ການຈັດລາຍການແລກປ່ຽນ. ໃນຂະບວນການກໍ່ຄືຂັ້ນຕອນການຈັດລາຍການແລກປ່ຽນ, ກອງບັນຊາການໃຫຍ່ທະຫານຊາຍແດນ ແລະ ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ປະຕິບັດກົດລະບຽບດ້ານການຕ່າງປະເທດຢ່າງເຂັ້ມງວດ, ຮັບປະກັນລາຍການແລກປ່ຽນດຳເນີນໄປຢ່າງຖືກຕ້ອງ ແລະ ປອດໄພເດັດຂາດ.

ຍົກສູງປະສິດທິຜົນຂອງບັນດາລາຍການແລກປ່ຽນມິດຕະພາບຊາຍແດນ

ບັນຍາກາດກອງປະຊຸມ. (ພາບ: ແທັ່ງຈຸງ)

ຍົກສູງປະສິດທິຜົນຂອງບັນດາລາຍການແລກປ່ຽນມິດຕະພາບຊາຍແດນ

ພົນເອກ Le Van Thao ໄດ້ລາຍງານໃນກອງປະຊຸມ. (ພາບ: ແທັ່ງຈຸງ)

ກ່າວຄຳເຫັນ ແລະ ສະຫລຸບກອງປະຊຸມ, ທ່ານພົນໂທ ຮວ່າງ ຊົນຈ໋ຽນ ຮຽກຮ້ອງມາຍັງ ບັນດາຫ້ອງການ, ໜ່ວຍງານທີ່ກ່ຽວຂ້ອງ ຕ້ອງໄດ້ຖອດຖອນບົດຮຽນ, ປັບປຸງຂໍ້ຄົງຄ້າງ ຈາກລາຍການແລກປ່ຽນຊາຍແດນຫວຽດນາມ - ລາວ ເພື່ອຈັດບັນດາລາຍການແລກປ່ຽນໃນຕໍ່ໜ້ານີ້ ຢ່າງມີປະສິດທິຜົນຫລາຍຂື້ນ. ໃນລາຍການແລກປ່ຽນຊາຍແດນຫວຽດນາມ - ກຳປູເຈຍ ທີ່ຈະມາເຖິງ, ສະຫາຍຫົວໜ້າກອງບັນຊາການໃຫຍ່ທະຫານຊາຍແດນ ໄດ້ຮຽກຮ້ອງໃຫ້ຈັດຄະນະ ກຳມະການຈັດຕັ້ງພິທີຂຶ້ນໂດຍໄວ; ບັນດາອະນຸກຳມະການຊ່ວຍວຽກ; ສ້າງວາລະດຳ ເນີນກອງປະຊຸມແລກປ່ຽນ, ສ້າງເນື້ອໃນກອງປະຊຸມ, ແຜນການລະອຽດ; ເພີ່ມການເຄື່ອນໄຫວກໍ່ຄືກິດຈະກຳໂຄສະນາ ເຜີຍແຜ່ກ່ອນ, ໃນໄລຍະເວລາກະກຽມ ແລະ ຫຼັງແລກປ່ຽນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3482.html

In bài biết