10:02 | 10/05/2018

ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ

ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ

ການນຳ 2 ທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຫຼາຍດ້ານກ່ຽວກັບການພົວພັນລະຫວ່າງ 2 ປະເທດ. (ພາບປະກອບ: REUTERS)

ການນຳ 2 ທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຫຼາຍດ້ານກ່ຽວກັບການພົວພັນລະຫວ່າງ 2 ປະເທດ ແລະ ບັນດາບັນຫາລວມເຊິ່ງ 2 ຝ່າຍຕ່າງກໍ່ມີຄວາມສົນໃຈ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ, ນີ້ແມ່ນຈຸດເວລາທີ່ມີລັກສະນະຕັດສິນເມື່ອສະພາບການໃນແຫຼມເກົາຫຼີ ພວມມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ສັບສົນ. ການຢ້ຽມຢາມຄັ້ງນີ້ຂອງການນຳສປປ.ເກົາຫຼີ Kim Jong un ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.

ສ່ວນການນຳສປປ.ເກົາຫຼີ Kim Jong un ຖືວ່າ, ການຢ້ຽມຢາມຈີນ ຄັ້ງນີ້ຂອງຕົນແມ່ນເພື່ອແນໃສ່ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຮັບຊາບກ່ຽວກັບສະພາບການໃນແຫຼມເກົາຫຼີ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-348.html

In bài biết