ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ
![]() |
ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບແຜນການ-ການຮ່ວມມື ໃນຕໍ່ໜ້າເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ ໃນປີ 2018 ຢູ່ ແຂວງສາລະວັນ.(ພາບ:baoquangtri.vn)
ທີ່ກອງປະຊຸມພົບປະ ແລະ ເຮັດວຽກ, ທັງສອງຝ່າຍໄດ້ສະຫຼຸບລາຍງານໂດຍຫຍໍ້ໃຫ້ກັນຊາບ ກ່ຽວກັບສະພາບເສດຖະກິດ - ສັງຄົມ, ການກໍ່ສ້າງພັກ, ການກວດກາພັກ ແລະ ກວດສອບລັດ. ໃນຊຸມປີມໍ່ໆມານີ້, ວຽກງານການກໍ່ສ້າງພັກ, ກວດກາ, ກວດສອບ ຢູ່ ແຂວງກວ້າງຈີ ໄດ້ມີການຫັນປ່ຽນຢ່າງຈະແຈ້ງຫຼາຍຢ່າງ. ໃນ 6 ເດືອນຕົ້ນປີ 2019, ກຳມະການພັກແຂວງ, ຄະນະປະຈຳພັກແຂວງ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດການຈັດຕັ້ງກົງຈັກລັດ, ຫຼຸດພະນັກງານລັດ, ອົງປະກອບຖັນແຖວພະນັກງານ, ລັດຖະກອນ, ຕາມຂໍ້ຕົກລົງ ສະບັບ ເລກທີ 18-ດລ / ສພ ແລະ ຂໍ້ຕົກລົງສະບັບ ເລກທີ 19-ດລ / ສພ, ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ 12; ລວມ 2 ກະຊວງ (ຄະນະພັກແຂວງ, ຄະນະພັກໜ່ວຍວິສາຫະກິດແຂວງ); ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ຄົບຮອບ 30 ປີ…
ຄະນະພັກແຕ່ລະຂັ້ນໃນຄະນະພັກແຂວງ ໄດ້ກວດກາ 184 ອົງການຈັດຕັ້ງຂັ້ນທ້ອງຖິ່ນ, ສະມາຊິກພັກ 248 ສະຫາຍ, ຊີ້ນຳ 199 ອົງການຈັດຕັ້ງພັກຂັ້ນທ້ອງຖິ່ນ ແລະ ສະມາຊິກພັກ 251 ສະຫາຍ. ຄະນະພັກແຕ່ລະຂັ້ນໄດ້ກວດກາການຈັດຕັ້ງຂອງພັກ ແລະ ສະມາຊິກພັກ ເມື່ອເຫັນວ່າມີການລະເມີດ ຕໍ່ກັບ 2 ອົງການຈັດຕັ້ງພັກ ແລະ ສະມາຊິກພັກ 39 ຄົນ; ຕິດຕາມກວດກາ 148 ອົງການຈັດຕັ້ງພັກ ແລະ ສະມາຊິກພັກ 92 ສະຫາຍ, ປະຕິບັດລະບຽບວິໄນພັກ ຂອງສະມາຊິກພັກ 14 ສະຫາຍ. ຄະນະພັກແຕ່ລະຂັ້ນ ແລະ ໜ່ວຍພັກ ປະຕິບັດວິໄນກັບ ສະມາຊິກພັກຈຳນວນ 147 ສະຫາຍ; ຄະນະກຳມະການກວດກາຂັ້ນເມືອງ ແລະ ທຽບເທົ່າປະຕິບັດກົດລະບຽບວິໄນ ກັບສະມາຊິກພັກ ຈຳນວນ 14 ສະຫາຍ.
ຂະແໜງການກວດສອບແຂວງ ຍັງໄດ້ດຳເນີນການກວດສອບຈຳນວນ 24 ຄັ້ງ, ກວດສອບ ແລະ ອອກຂໍ້ຕົກລົງ ຈຳນວນ 5 ຄັ້ງ: ວ່າດ້ວຍການລະເມີດດ້ານການບໍລິຫານ; ດຳເນີນການກວດສອບ ຄວາມຮັບຜິດຊອບຂອງຫົວໜ້າ ແລະ ປະທານ ຄະນະກຳມະການປະຊາຊົນທຸກຂັ້ນ ຈຳນວນ 6 ຄັ້ງ, ໃນການປະຕິບັດຕາມ ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ; ເສນາທິການໃຫ້ແກ້ໄຂ ຄຳຮ້ອງທຸກ ຈຳນວນ 11 ກໍລະນີ ແລະ ໜັງສືຟ້ອງຮ້ອງ ຈຳນວນ 8 ສະບັບ.
ສ່ວນແຂວງສາລະວັນ, ນັບແຕ່ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງສາລະວັນ ມາຮອດປະຈຸບັນ, ຄະນະກວດກາ ແລະ ກວດສອບ ແຂວງສາລະວັນໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 4 ປີ. ຄະນະກວດກາພັກແຂວງສາລະວັນໄດ້ຈັດຕັ້ງປະຕິບັດວຽກງານດ້ານການເມືອງ ປະຈຳເດືອນ, ປະຕິບັດມະຕິ, ຄຳສັ່ງຂອງກົມການເມືອງສູນກາງພັກ ຢ່າງສົມບູນ. ຜ່ານການເຄື່ອນໄຫວການເມືອງ, ສະມາຊິກພັກສ່ວນຫຼາຍຮັກສາແນວຄິດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິລະມັດລະວັງສູງຕໍ່ ແນວຄິດມ້າງເພທຳລາຍຂອງສັດຕູ, ຫຼຸດຜ່ອນເທື່ອລະກ້າວກ່ຽວກັບປະກົດການ ຫຍໍ້ທໍ້ໃນການຈັດຕັ້ງພັກ.
ວຽກງານກວດກາ ແລະ ຕິດຕາມກວດກາພັກ ຢູ່ ແຂວງສາລະວັນ ກໍ່ໄດ້ຮັບການຍົກສູງ ແລະ ເຊີດຊູຢ່າງແຮງກ້າ. ຜ່ານການກວດກາ ແລະ ຕິດຕາມກວດກາ, ປະກອບສ່ວນຫຼຸດຜ່ອນການສູນເສຍລາຍຮັບງົບປະມານແຫ່ງລັດ, ສະຕິເປັນເຈົ້າການ ຂອງຜູ້ເຂົ້າຮ່ວມໄດ້ມີການກວດກາ ແລະ ຕິດຕາມ ໄດ້ຮັບການປັບປຸງ ແລະ ຍົກສູງເຫັນໄດ້ຢ່າງຈະແຈ້ງ.
ທີ່ການພົບປະ ແລະ ເຮັດວຽກ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການ-ການຮ່ວມມື ໃນອານາຄົດ ເພື່ອປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນລົງນາມ ໃນປີ 2018 ຢູ່ແຂວງສາລະວັນ.
(ຫັດທະບູນ)