14:40 | 22/08/2019

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ)

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ)

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ ສສ ຫວຽດນາມ. (ພາບ: baosonla.org.vn)

ທີ່ກອງປະຊຸມພົບປະ, ທ່ານນາງ ເຍິມ ຖິ ເຟືອງ ໄດ້ສະຫຼຸລລາຍງານ ບາງຜົນງານທີ່ພົ້ນເດັ່ນ ໃນຂົງເຂດການພັດທະນາເສດຖະກິດ ຂອງແຂວງເຊີນລາ; ແນະນຳກ່ຽວກັບ ການຈັດຕັ້ງ, ຂັ້ນຕອນການກໍ່ສ້າງ, ການພັດທະນາ ແລະ ການຈັດຕັ້ງປະຕິບັດໜ້າທີ່ກໍ່ຄືພາລະກິດ ຂອງສະພາປະຊາຊົນແຂວງເຊີນລາໃນໄລຍະຜ່ານມາ, ໂດຍສະເພາະແມ່ນປະສິດທິຜົນຂອງບັນດານະໂຍບາຍຕ່າງໆ ທີ່ສະພາປະຊາຊົນຂັ້ນແຂວງ ໄດ້ກໍ່ສ້າງ ແລະ ວາງອອກ. ສະພາປະຊາຊົນແຂວງເຊີນລາ ຄາດວ່າຈະຈັດກອງປະຊຸມແລກປ່ຽນ ກໍ່ຄືການປຶກສາຫາລື ກັບ ບັນດາແຂວງພາກເໜືອຂອງລາວ ກ່ຽວກັບວຽກງານສະພາປະຊາຊົນ, ໂດຍສຸມໃສ່ທັກສະໃນການຕິດຕາມກວດກາ, ການເຂົ້າເຖິງປະຊາຊົນ ຜູ້ມີສິດເລືອກຕັ້ງ, ສ້າງ ແລະ ອອກບັນນະໂຍບາຍຕ່າງໆ; ຈັດຕັ້ງການຢ້ຽມຢາມບັນດາຮູບແບບເສດຖະກິດ ທີ່ໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ທີ່ວາງອອກໂດຍສະພາປະຊາຊົນ ຢູ່ເມືອງ. ທ່ານຫວັງເປັນຢ່າງວ່າ ສະພາປະຊາຊົນສອງແຂວງ ຈະສືບຕໍ່ຊຸກຍູ້ການຮ່ວມມື, ຮ່ວມກັານພັດທະນາໃນຫລາຍຂົງເຂດ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງແຂວງເວົ້າລວມ ແລະ ສະພາປະຊາຊົນຂອງສອງແຂວງເວົ້າສະເພາະ.

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ)

ສະຫາຍ ອຸ່ນຫຼ້າ ເລັ່ງລໍລາດ ໄດ້ມອບໃບຍ້ອງຍໍຂອງ ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງນ້ຳທາ ມອບໃຫ້ສະພາປະຊາຊົນແຂວງເຊີນລາ ສສ ຫວຽດນາມ. (ພາບ: baosonla.org.vn)

ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນຳ້ທາ, ສະຫາຍ ອຸ່ນຫຼ້າ ເລັ່ງລໍລາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈ ຂອງສະພາປະຊາຊົນແຂວງເຊີນ; ສະແດງຄວາມເຄົາລົບນັບຖືຄວາມຮັກແພງ ແລະ ຊ່ວຍເຫຼືອຍູ້ໜູນ ຂອງ ສະພາປະຊາຊົນແຂວງເຊີນລາ ທີ່ມອບໃຫ້ ສະພາປະຊາຊົນແຂວງຫຼວງນ້ຳທາ, ໂດຍສະເພາະແມ່ນສ້າງເງື່ອນໄຂໃຫ້ພະນັກງານຂັ້ນແຂວງ ໄດ້ມາຮຽນພາສາຫວຽດ. ຍ້ອນວ່າສະພາປະຊາຊົນແຂວງຫຼວງນ້ຳທາ ຫາກໍ່ໄດ້ຮັບການສ້າງຕັ້ງໃໝ່, ປະກອບກັບ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານຫວັງວ່າໃນໄລຍະຈະມາເຖິງ, ສະພາປະຊາຊົນແຂວງເຊີນລາ ສືບຕໍ່ຊ່ວຍເຫຼືອສະພາປະຊາຊົນແຂວງຫຼວງນຳ້ທາ ໃນບັນດາທັກສະ, ໃນການເຄື່ອນໄຫວສະພາປະຊາຊົນ ແລະ ການກໍ່ສ້າງພະນັກງານສະພາປະຊາຊົນແຂວງ...

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ)

ຄະນະຜູ້ແທນຂອງສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ໄປຢ້ຽມຢາມອະນຸສອນສະຖານແຫ່ງຊາດພິເສດຄຸກເຊີນລາ. (ພາບ: baosonla.org.vn)

ເນື່ອງໃນໂອກາດນີ້, ສະຫາຍ ອຸ່ນຫຼ້າ ເລັ່ງລໍລາດ ໄດ້ມອບໃບຍ້ອງຍໍ ຂອງເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ໃຫ້ສະພາປະຊາຊົນແຂວງເຊີນລາ. ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ, ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນຳ້ທາ ໄດ້ມາຖະຫວາຍທູບທຽນ ຢູ່ ອະນຸສາວະລີວິລະຊົນ ຂອງຄຸກເຊີນລາ ແລະ ຢ້ຽມຢາມ ອະນຸສອນສະຖານແຫ່ງຊາດພິເສດ ຄຸກເຊີນລາ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3477.html

In bài biết