15:24 | 28/08/2019

ໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019

ໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019

ບັນດາຜູ້ແທນ, ພະນັກງານເຂົ້າຮ່ວມຊຸດຝຶກອົບຮົບຖ່າຍຮູບທີ່ພິທີໄຂ. (ພາບ: ກວາງທັ໊ງ)


ໃນເວລາເກືອບ 1 ເດືອນ, ພະນັກງານກຳມະບານກອງທັບປະຊາຊົນລາວ 28 ຄົນທີ່ເຂົ້າຮ່ວມຊຸດຝຶກອົບຮົບນັ້ນຈະໄດ້ຄົ້ນຄວ້າບັນດາເນື້ອໃນ, ຄື: ບັນດາບັນຫາພື້ນຖານກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງກຳມະບານຫວຽດນາມ, ກຳມະບານໃນກອງທັບປະຊາຊົນຫວຽດນາມ; ກໍ່ສ້າງອົງການຈັດຕັ້ງກຳມະບານ ແລະວິທີການເຄື່ອນໄຫວຂອງພະນັກງານກຳມະບານ; ວຽກງານໂຄສະນາສຶກສາ, ການແຂ່ງຂັນ-ຍ້ອງຍໍ, ນະໂຍບາຍສັງຄົມ, ຄວາມປອດໄພແຮງງານ ແລະວຽກງານການເງິນກຳມະບານ; ໄປຢ້ຽມຢາມຮູບແບບກໍາມະບານຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ...

ຊຸດຝຶກອົບຮົບແມ່ນໂອກາດເພື່ອໃຫ້ແກ່ພະນັກງານກຳມະບານກອງທັບສອງປະເທດເຂົ້າໃຈກ່ຽວກັບມູນເຊື້ອມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບເລິກເຊິ່ງກວ່າອີກ; ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວກຳມະບານກອງທັບສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-3475.html

In bài biết