23:05 | 22/07/2019

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

(ພາບ:baodansinh.vn)

ໃນຕອນຄໍ່າວັນທີ 20 ກໍລະກົດ, ທີ່ແຂວງກວາງຈິ ໄດ້ດໍາເນີນພິທີໄຂງານມະໂຫລານສຽງເພງທາງເລກ 9 ຂຽວປີ 2019. ພາຍຫຼັງພິທີໄຂແມ່ນລາຍການສະແດງສິລະປະຂອງໂຮງລະຄອນຟ້ອນລໍາທຳເພງກອງທັບດ້ວຍຫົວຂໍ້ “ບົດເພງໄຊຮັກສາປະເທດຊາດ”.

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

ການສະແດງສິລະປະ.(ພາບ:baodansinh.vn)

ຖັດມາແມ່ນການສະແດງສິລະປະຂອງບັນດາຫົວໜ່ວຍຄື: ຄະນະສິລະປະບັນດາເຜົ່າແຂວງຮວ່າບິ່ງ, ໂຮງລະຄອນສິລະປະແຂວງຫວິງຟຸກ, ຄະນະສິລະປະແຂວງຮ່າຢາງ.

ປະເທດລາວ, ກໍາປູເຈຍ ເຂົ້າຮ່ວມງານມະໂຫລານສຽງເພງທາງເລກ 9 ຂຽວ

(ພາບ:baodansinh.vn)

ຕາງໜ້າການນໍາແຂວງກວາງຈິ, ທ່ານ ຮວ່າງນາມ ຮອງປະທານຄະນະກໍາມະການປະຊາຊົນ ແຂວງກວາງຈິ ໄດ້ເນັ້ນໜັກວ່າ: ການເຂົ້າຮ່ວມຂອງບັນດາຄະນະສິລະປະມາຈາກສາກົນ ແລະ ພາຍໃນປະເທດໃນມື້ນີ້ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ແຂວງກວາງຈິ ທີ່ຮັກແພງບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງ.

ໃນພິທີອັດງານມະໂຫລານສຽງເພງທາງເລກ 9 ຂຽວ ຈະມີການເຂົ້າຮ່ວມພົບປະແລກປ່ຽນດ້ວຍຖານະແມ່ນແຂກຖືກເຊີນຂອງບັນດາຄະນະສິລະປະທີ່ມາຈາກປະເທດ ລາວ ແລະ ກໍາປູເຈຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3466.html

In bài biết