21:49 | 25/07/2019

ກະຊວງຕໍາຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ຮ່ວມມືຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ ຢ່າງຜິດກົດໝາຍ

ກະຊວງຕໍາຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ຮ່ວມມືຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ ຢ່າງຜິດກົດໝາຍ

ບັນຍາກາດທີ່ກອງປະຊຸມ.(ພາບ:cadn.com.vn)

ກອງປະຊຸມຄັ້ງນີ້ມີຜູ້ແທນກະຊວງຕໍາຫຼວດຫວຽດນາມ, ກະຊວງປ້ອງກັນຄວາມສະຫງົບລາວ ແລະ ຕໍາຫຼວດນະຄອນດ່າໜັງ ແລະ ບັນດາແຂວງລຽບຕາມຊາຍແດນ ຫວຽດນາມ - ລາວ ເຂົ້າຮ່ວມ 40 ຄົນ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແຈ້ງ ແລະ ແບ່ງປັນຂໍ້ມູນກ່ຽວກັບສະພາບການຄ້າຂາຍສັດປ່າຢ່າງຜິດກົດໝາຍຢູ່ສອງປະເທດ; ແລກປ່ຽນກ່ຽວກັບລະບົບກົດໝາຍ ແລະ ການປະຕິບັດກົດໝາຍ, ລວມມີບັນດາສິ່ງທ້າທາຍທີ່ກໍາລັງວາງອອກສໍາລັບອົງການທີ່ກ່ຽວຂ້ອງ, ພິເສດແມ່ນກໍາລັງຕໍາຫຼວດໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາການລະເມີດທີ່ກ່ຽວຂ້ອງເຖິງການຄ້າຂາຍສັດປ່າຂ້າມຊາຍແດນ. ພ້ອມທັງ, ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຕັ້ງກົນໄກຕິດຕໍ່ເພື່ອແບ່ງປັນຂໍ້ມູນລະຫວ່າງກໍາລັງທີ່ກ່ຽວຂ້ອງຂອງສອງປະເທດຢ່າງທັນການ ແລະ ມີປະສິດທິຜົນເພື່ອແນໃສ່ຮັບປະກັນລັກສະນະປະສິດທິຜົນໃນການຕ້ານ, ສະກັດກັ້ນ ແລະ ຕໍ່ສູ້ກັບບັນດາການເຄື່ອນໄຫວຄ້າຂາຍສັດປ່າຢ່າງຜິດກົດໝາຍ; ສົມທົບກັນສືບສວນ-ສອບສວນບັນດາກໍລະນີຄ້າຂາຍສັດປ່າ ຂ້າມຊາຍແດນຢ່າງຜິດກົດໝາຍ; ພິເສດແມ່ນຄ້າຂາຍງ່າຊ້າງ, ເຂົາແຮດ, ເສືອ ແລະ ອື່ນໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3464.html

In bài biết