10:30 | 28/07/2019

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

ບັນຍາກາດທີ່ກອງປະຊຸມ.(ພາບ:TTXVN)

ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ກ່າວວ່າ: ໃນສັງກາດດີຈີຕອນ, ຍາມໃດນັກຂ່າວກໍ່ຢູ່ໃນທ່າກຽມພ້ອມ, ເຮັດວຽກງານບໍ່ວ່າຢູ່ແຫ່ງຫົນໃດ, ເວລາໃດ. ນອກຈາກປັດໃຈຂໍ້ມູນຂ່າວສານຕ້ອງໃໝ່ອ່ຽມ, ໄວ, ຊັດເຈນ, ກໍ່ລ້ວນແຕ່ຮຽກຮ້ອງໃຫ້ບັນດານັກຂ່າວຕ້ອງຊອກຫາສິ່ງໃໝ່, ຈຳເປັນ, ມີປະໂຫຍດ, ມີມະນຸດສະທຳເຊິ່ງມະຫາຊົນມີຄວາມສົນໃຈ. ໃນສັງກາດດີຈີຕອນ, ສື່ມວນຊົນ, ການກະຈາຍສຽງ, ໂທລະພາບພາກລັດ, ແມ່ນບັນດາເຄື່ອງມືສຳຄັນທີ່ໄດ້ນຳໃຊ້ເພື່ອປະຕິບັດບົດບາດໜ້າທີ່ໂຄສະນາ, ສຶກສາອົບຮົມ, ເຊື່ອມຕໍ່, ແບ່ງປັນຂໍ້ມູນຂ່າວສານ… ທາງອິນເຕີແນັດ ແລະ ບັນດາຮູບແບບສື່ມວນຊົນໃໝ່ຄື Facebook...

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

ທ່ານ ຫງວຽນເທ໊ກີ໋.(ພາບ:TTXVN)

ກອງປະຊຸມສຳມະນາເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະມາຄົມນັກຂ່າວ ແລະ ສື່ມວນຊົນ ສອງປະເທດກວ່າອີກ ຕາມເນື້ອໃນຈິດໃຈເອກະສານທີ່ໄດ້ລົງນາມລະຫວ່າງ ສອງ ຝ່າຍ; ຍົກສູງຄຸນນະພາບການຮ່ວມມືລະຫວ່າງສະມາຄົມນັກຂ່າວຫວຽດນາມ ກັບສະມາຄົມນັກຂ່າວລາວ ແລະ ບັນດາອົງການສື່ມວນຊົນຂອງສອງປະເທດກວ່າອີກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3463.html

In bài biết