00:54 | 15/05/2019

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຄະນະປະຕິບັດງານພິເສດ ທະຫານເຂດ 4 ສສ ຫວຽດນາມ ກຳລັງຂຸດຄົ້ນ ອັດຖິທະຫານອາສາສະໝັກ ຫວຽດນາມ.

ໂອກາດນີ້, ທ່ານພົນຈັດຕະວາ ຫງວຽນດຶງຮວາ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກອງພັນປະຕິບັນງານພິເສດ 584 ແລະ ຄະນະພັກ-ຄະນະບັນຊາທະຫານເມືອງອາດສະພອນ ຕະຫຼອດຮອດອຳນາດການຄອງບ້ານນາໝາກເກືອທີ່ເອົາໃຈໃສ່ ໃນການໃຫ້ຄວາມຮ່ວມມື ແລະ ໃຫ້ຂໍ້ມູນໃນການຊອກຄົ້ນອັດຖິຄັ້ງນີ້ ຈົນສາມາດຂຸດຄົ້ນໄດ້ຕົວຈິງໃນບໍລິເວນຂອບເຂດ ບ້ານດັ່ງກ່າວຈຸດດຽວໄດ້ຈຳນວນ 13 ອັດຖິ ຈາກນັ້ນ, ຄະນະລາວ-ຫວຽດນາມກໍ່ຍັງໄດ້ປຶກສາຫາລືກັນ ກ່ຽວກັບການຂຸດຄົ້ນອັດຖິເພື່ອ ໃຫ້ມີຄວາມສະດວກຂຶ້ນຕື່ມ.

ໂອກາດດຽວກັນ, ທ່ານ ພົນຈັດຕະວາ ຫງວຽນດຶງຮວາ ພ້ອມຄະນະປະຕິບັດງານພິເສດແຂວງກວາງຈິ ກໍ່ໄດ້ມອບຂອງຂວັນເປັນເຄື່ອງ ອຸປະໂພກ-ບໍລິໂພກຈຳນວນໜຶ່ງ ເພື່ອຊຸກຍູ້ນ້ຳໃຈ ແລະ ໃຫ້ກຳລັງໃຈຕໍ່ຄະນະກອງພັນປະຕິບັດງານພິເສດ 584, ຄະນະອຳນາດການປົກຄອງ ແລະ ປະຊາຊົນ. ທີ່ຊ່ວຍເຫຼືອໃຫ້ຂໍ້ມູນໃນການຊອກຫາອັດຖິຄັ້ງນີ້ ຈົນໄດ້ຮັບຜົນສຳເລັດ./

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

Link: https://huunghivietlao.thoidai.com.vn/detail-article-3460.html

In bài biết