ຍ້ອງຍໍຊົມເຊີຍນັກສຶກສາລາວ ແລະ ກຳປູເຈຍດີເດັ່ນ ກວ່າ 130 ຄົນ ໃນປີ 2018
ການຍ້ອງຍໍ “ນັກຮຽນ ລາວ ແລະ ກຳປູເຈຍ ທີ່ດີເດັ່ນ ປີ 2018” ແມ່ນໜຶ່ງໃນກິຈະກຳຄຳນັບຮັບຕ້ອນ ຄົບຮອບ 65ປີ ວັນຊາດ ແຫ່ງ ລາຊະອານາຈັກກຳປູເຈຍ (09/11/1953 - 09/11/2018) ແລະ ຄົບຮອບ 43 ປີ ວັນຊາດ ແຫ່ງ ສປປ ລາວ (02/12/1975 – 02/12/2018).
![]() |
ຍ້ອງຍໍຊົມເຊີຍນັກສຶກສາລາວ, ກຳປູເຈຍດີເດັ່ນ 130 ຄົນ . (ພາບ: TTXVN)
ໃນບັນຍາກາດອັນຟົດຟື້ນ ພິທີໄດ້ສັນລະເສີນ ແລະ ຍ້ອງຍໍ ບັນດານ້ອງນັກຮຽນລາວ ແລະ ກຳປູເຈຍທີ່ດີເດັ່ນ ມີການຮຽນດີ, ຕື່ນຕົວເຂົ້າຮ່ວມໃນການເຄື່ອນໄຫວ ສ້າງຂະບວນການ ຊາວໜຸ່ມ, ກຳມະບານ ທີ່ທາງນະຄອນໂຮ່ຈີ໋ມິງ ກໍ່ຄື ໂຮງຮຽນທີ່ຕົນຈັດຂື້ນຂື້ນ, ພ້ອມທັງຕ້ອງປະຕິບັດກົດລະບຽບຕ່າງໆຂອງຫໍພັກວາງອອກຢ່າງເຂັ້ມງວດ. ພິເສດແມ່ນນ້ອງນັກຮຽນຜູ້ໃດທີ່ມີຫົວຂໍ້ຄົ້ນຄວ້າວິທະຍາສາດ, ໄດ້ຮັບລາງວັນຕ່າງໆ ດ້ານການຮຽນ, ການຄົ້ນຄວ້າວິທະຍາສາດ, ວັນະຄະດີ, ວັດທະນະທຳ, ກິລາ, ບັນດາກິດຈະກຳການເຄື່ອນໄຫວດ້ານສັງຄົມໃນ ແລະ ນອກໂຮງຮຽນ, ມີຫົວຄິດປະດິດສ້າງ ຫຼື ແບບແຜນການເຄື່ອນໄຫວຜັນຂະຫຍາຍໃຫ້ແກ່ກົມກອງ ຢ່າງມີປະສິດທິຜົນຊັດເຈນ.
![]() |
ບັນດານ້ອງນັກສຶກສາລາວ ທີ່ໄດ້ຮັບການຍ້ອງຍໍ.
ບໍ່ພຽງແຕ່ຍ້ອງຍໍສັນລະເສີນ ນັກຮຽນ ລາວ ແລະ ກຳປູເຈຍ ທີ່ມີຜົນການຮຽນດີເດັ່ນເທົ່ານັ້ນ ພາຍໃນງານຍັງໄດ້ມີການເຜີຍແຜ່ກໍ່ຄືການເພີ່ມທະວີ ຄວາມເປັນແບບເປັນຢ່າງ ເພື່ອກະຈາຍເປັນຍັງ ບັນດາກຸ່ມນ້ອງນັກຮຽນລາວ ແລະ ກຳປູເຈຍ ທີ່ກຳລັງສຶກສາຮຳ່ຮຽນ ຢູ່ ນະຄອນໂຮ່ຈີ໋ມິງ ເວົ້າສະເພາະ ແລະ ນັກຮຽນທຸກທົ່ວໜ້າໃນ ນະຄອນໂຮ່ຈີ໋ມິງເວົ້າລວມ.
ພ້ອມກັນນັ້ນ ລາຍການແລກປ່ຽນນັກຮຽນສາກົນ ຍັງມີຫຼາຍກິດຈະກຳທີ່ຟົດຟື້ນ ເປັນຕົ້ນແມ່ນການ ແນະນຳ ແລະ ການເຂົ້າຮ່ວມເຊົາມ ການສະແດງດ້ານວັດທະນະທຳ, ວັນນະຄະດີ , ການຫຼິ້ນເກມພື້ນບ້ານ ອັນເປັນເອກກະລັກຂອງ ແຕ່ລະປະເທດ ລາວ-ຫວຽດນາມ-ກຳປູເຈຍ. ບັນດານ້ອງນັກຮຽນຜູ້ໃດກໍ່ມີຄວາມຈູບຈ້າວເຂົ້າຮ່ວມໃນການແລກປ່ຽນວັດທະນະທຳ, ຟ້ອນ, ຂັບຮ້ອງ, ສະແດງເຄື່ອງແບບການນຸ່ງຖືປະຈຳຊາດ ຂອງຕົນຢ່າງຟົດຟື້ນ...
(ຫັດທະບູນ)