21:01 | 12/12/2018

ແຂວງກ້ວາງຈິ ມອບຂໍ້ຕົກລົງ ຮັບສັນຊາດຫວຽດນາມ ໃຫ້ ຄົນລາວ ຈຳນວນ 119 ຄົນ

ແຂວງກ້ວາງຈິ ມອບຂໍ້ຕົກລົງ ຮັບສັນຊາດຫວຽດນາມ ໃຫ້ ຄົນລາວ ຈຳນວນ 119 ຄົນ

ທ່ານ ຮ່າສີດົ່ງ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງກວ້າງຈິ ມອບຂໍ້ຕົກລົງ ປະທານປະເທດ ສສ ຫວຽດນາມ ໃຫ້ແກ່ປະຊາຊົນລາວ.

ວັນທີ 12 ທັນວາ ຄະນະກຳມະການປະຊາຊົນ ແຂວງກວ້າງຈິ ໄດ້ຈັດພິທີ ມອບຂໍ້ຕົກລົງ ຂອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ ສັນຊາດ ຫວຽດນາມ ແກ່ ປະຊາຊົນລາວ ຈຳນວນ 119 ຄົນ ທີ່ກຳລັງດຳລົງຊີວິດຢູ່ ບ້ານ ອາເຢີຍ, ເມືອງ ເຮືອງຫ໋ວາ, ແຂວງ ກວ້າງຈິ.

ແຂວງກ້ວາງຈິ ມອບຂໍ້ຕົກລົງ ຮັບສັນຊາດຫວຽດນາມ ໃຫ້ ຄົນລາວ ຈຳນວນ 119 ຄົນ

ປະຊາຊົນລາວ ທີ່ໄດ້ຮັບຂໍ້ຕົກລົງ ຂອງ ປະທານປະເທດ ສສ ຫວຽດນາມ ໃຫ້ສັນຊາດ ຫວຽດນາມໃນຄັ້ງນີ້.

ພາຍຫຼັງໄດ້ຮັບຂໍ້ຕົກລົງຂອງທ່ານປະທານປະເທດ ຫວຽດນາມ ໃຫ້ຖືສັນຊາດຫວຽດນາມແລ້ວ, ປະຊາຊົນ 119 ຄົນດັ່ງກ່າວ ກໍ່ໄດ້ຮັບການແນະນຳປະກອບບັນດາເອກະສານຄື: ໃບແຈ້ງເກີດ, ເຮັດບັດປະຈຳຕົວປະຊາຊົນ, ຈົດທະບຽນສົມລົດ.

ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງດັ່ງກ່າວ ທ່ານ ໂຮ່ວັນ ແວນ ໜຶ່ງໃນຜູ້ທີ່ໄດ້ຮັບສັນຊາດຫວຽດນາມ ຄັ້ງນີ້ ໄດ້ກ່າວວ່າຄຳຂອບໃຈຕໍ່ພັກ, ລັດຖະບານ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ລາວໄດ້ຮັບສັນຊາດຫວຽດນາມ; ລາວຍັງໄດ້ສັນຍາວ່າຈະດຳລົງຊີວິດ, ທຳມາຫາກິນ, ດຳເນີນຊີວິດ , ປະຕິບັດຕາມ ລັດຖະທຳມະນູ ແລະ ກົດໝາຍ ຂອງຫວຽດນາມ; ປະຕິບັດຕາມແນວທາງ ຂອງພັກ , ນະໂຍບາຍຂອງລັດ, ກົດໝາຍຂອງລັດວາງອອກ.

ທ່ານ ຮ່າສີດົ່ງ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງກວ້າງຈິໄດ້ໃຫ້ຮູ້ວ່າຄຽງຄູ່ 119 ຄົນທີ່ໄດ້ຮັບຂໍ້ຕົກລົງ ຂອງປະທານປະເທດ ໃຫ້ຮັບສັນຊາດຫວຽດນາມ ຄັ້ງນີ້, ແຂວງກວ້າງຈິ ຍັງມີ ຄົນລາວ ອີກຈຳນວນ 696 ຄົນ ທີ່ຍົກຍ້າຍຖິ່ນຖານແບບເສລີ ແລະ ແຕ່ງດອງໂດຍບໍ່ໄດ້ຮັບອະນຸຍາດ ກຳລັງດຳລົງຊີວິດ ຢູ່ລຽບຕາມແນວຊາຍແດນ ມີຄວາມມຸ້ງມາດປາດຖະໜາ ຮັບສັນຊາດ ຫວຽດນາມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3447.html

In bài biết