ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງພື້ນຖານໂຄງລ່າງ ດ້ານການສຶກສາ
|
ພິທີຕັດແຖບຜ້າເປີດນຳໃຊ້ ອາຄານ 4 ແຫ່ງ ໃນໂຄງການກໍ່ສ້າງ ແລະ ບຸລະນະພື້ນຖານໂຄງລ່າງດ້ານການສຶກສາລາວ. (ພາບ: nhandan.com.vn)
ເຂົ້າຮ່ວມໃນງານປະກອບມີ ຕ່າງໜ້າຂອງບັນດາຂະແໜງການ ທີ່ຂື້ນກັບ ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ, ຕ່າງໜ້າຂອງສະຖານເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ແລະ ກະຊວງ ສຶກສາທິການ ແລະ ກິລາ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ກ່າວຄຳເຫັນໃນພິທີເປີດການນຳໃຊ້ຄັ້ງນີ້ ທ່ານ ພັນໂທ ຫງວ໋ຽນ ວັນນາມ ອຳນວຍການ ບໍລິສັດ MTV ກໍ່ສ້າງ COECCO ຈຳກັດ ໄດ້ຢືນຢັນວ່າ: ການກໍ່ສ້າງອາຄານ ແມ່ນກໍ່ສ້າງຖືກຕ້ອງຕາມການອອກແບບ ແລະ ການມອບຮັບໂຄງການກ່ອນກຳນົດ, ສ້າງເງື່ອນໄຂ ໃຫ້ແກ່ ປະເທດລາວ ອ້າຍນ້ອງ ນຳໃຊ້ອາຄານຢ່າງທັນການ. ດ້ວຍພາລະກິດຂອງ ທະຫານທີ່ເຂົ້າຮ່ວມໃນການກໍ່ສ້າງ ຫຼາຍໆໂຄງການໃຫຍ່ ຢູ່ ລາວ, ຫົວໜ່ວຍກໍ່ສ້າງໄດ້ພະຍາຍາມຢ່າງສຸດຂີດ ເພື່ອເຮັດວຽກກໍ່ສ້າງໃຫ້ທັນກຳນົດການ ແລະ ຖືກຕ້ອງຕາມກົດລະບຽບຂອງການກໍ່ສ້າງ ດ້ວຍຄວາມຮັບຜິດຊອບສູງ.
ຕ່າງໜ້າຝ່າຍລາວ, ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ລາວ ທ່ານ ບົວລານ ສີລິປັນຍາ ສະແດງຄວາມຂອບອົກຂອບໃຈ ການຊ່ວຍເຫຼືອຍູ້ໜູນຂອງ ພັກ-ລັດຖະບານ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ກໍ່ຄືການກໍ່ສ້າງຊັບພະຍາກອນມະນຸດ(ບຸກຄະລາກອນ) ຂະແໜງສຶກສາ ແລະ ຖືວ່າ ໂຄງການທັງ 4 ນີ້ແມ່ນຫຼັກຖານຢັ້ງຢືນການຮ່ວມມືນັບມື້ນັບ ໄດ້ຮັບການຮັດແໜ້ນ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນການພັດທະນາ ເສດຖະກິດ-ສັງຄົມ ເວົ້າລວມ ແລະ ໃນຂົງເຂດການສຶກສາເວົ້າສະເພາະ.
ໃນພິທີດັ່ງກ່າວ ກະຊວງ ສຶກສາທິການ ແລະ ກິລາ ລາວ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ໝູ່ຄະນະຫວຽດນາມ ທີ່ໄດ້ຮ່ວມໃນໂຄງການກໍ່ສ້າງ ພື້ນຖານໂຄງລ່າງ ດ້ານການສຶກສາໃຫ້ລາວ.
(ຫັດທະບູນ)