14:33 | 06/05/2019

ແຂວງສາລະວັນຈັດສົ່ງ ອັດຖິທະຫານອາສາສະໜັກ ແລະ ຊ້ຽວຊານ ຫວຽດນາມ ກັບຄືນປະເທດ

ແຂວງສາລະວັນຈັດສົ່ງ ອັດຖິທະຫານອາສາສະໜັກ ແລະ ຊ້ຽວຊານ ຫວຽດນາມ ກັບຄືນປະເທດ

ພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ້ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໃໝສົງຄາມ ຢູ່ບົນດີນແດນແຂວງ ສາລະວັນ ກັບຄືນສູ່ບ້ານເກີດເມືອງນອນ.

ໃນວັນທີ 4 ພຶດສະພາ 2019 ນີ້ຢູ່ທີ່ເດີ່ນກອງບັນຊາການະຫານແຂວງ ສາລະວັນ ໄດ້ຈັດພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ້ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໃໝສົງຄາມ ຢູ່ບົນດີນແດນແຂວງ ສາລະວັນ ກັບຄືນສູ່ປະເທດຂອງຕົນ.

ແຂວງສາລະວັນຈັດສົ່ງ ອັດຖິທະຫານອາສາສະໜັກ ແລະ ຊ້ຽວຊານ ຫວຽດນາມ ກັບຄືນປະເທດ

ພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ້ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໃໝສົງຄາມ ຢູ່ບົນດີນແດນແຂວງ ສາລະວັນ ກັບຄືນສູ່ບ້ານເກີດເມືອງນອນ ຢ່າງສົມກຽດ.

ໂດຍໃຫ້ກຽດເຂົ້າຮ່ວມຂອງຝ່າຍລາວ ມີທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໆສາລະວັນ ມີທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ສາລະວັນ, ມີທ່ານປະທານປະຕິບັດງານພິເສດຂັ້ນແຂວງສາລະວັນ,ແຂວງ ເຊກອງ,ຝ່າຍຫວຽດນາມມີທ່ານ ພັນເອກ ຟານຢາທວນ ຮອງເລຂາພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ແຫ່ງ ສສ ຫວຽດນາມ ຮອງປະທານປະຕິບັດງານພິເສດແຂວງເທື່ອທຽນເຫວ້ ມີການນຳພັກ – ລັດຂັ້ນແຂວງ, ພະນັກງານ – ລັດຖະກອນ,ທະຫານ – ຕໍາຫຼວດ,ພະແນກການອ້ອມຂ້າງແຂວງ ແລະ ນັກຮຽນຮູ້ ນັກສຶກສາ ປັນຍາຊົນ ພໍ່ແມ່ປະຊາຊົນໃນເທດສະບານແຂວງ ເຂົ້າຮ່ວມເປັນຈຳນວນຢ່າງຫຼວງຫຼາຍ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

Link: https://huunghivietlao.thoidai.com.vn/detail-article-3441.html

In bài biết