ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ
![]() |
ໃນໄລຍະເວລາ 03 ເດືອນ, ຂອງການຝຶກອົບຮົມ, ຫໍ່ຼຫຼອມ ຢູ່ ສະຖາບັນ ປ້ອງກັນຊາຍແດນ, ບັນດານັກຝຶກອົບຮົມໄດ້ຮັບການອົບຮົມ 07 ເນື້ອໃນຄື: ການສຶກສາທາງດ້ານການເມືອງ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ທິດສະດີທົ່ວໄປກ່ຽວກັບການຄຸ້ມຄອງດ່ານ, ເຕັກນິກການຄວບຄຸມດ່ານ, ວິຊາສະເພາະດ້ານ ການເຮັດເອກກະສານ ດ່ານຊາຍແດນ, ເຕັກນິກການກວດກາ ຢູ່ດ່ານຊາຍແດນ ແລະ ການຈັດຕັ້ງ ຊີ້ນຳວຽກງານ ປ້ອງກັນຊາຍແດນ ຂອງດ່ານ.
ຜູ້ເຂົ້າຮ່ວມຝຶກອົບຮົມ ມີນັກສຳມະນາກອນ 15 ຄົນ. ຜົນຂອງການຝຶກອົບຮົມຊຸດນີ້ ໄດ້ປະເພດດີເດັ່ນ ມີ 33,3%, ໄດ້ປະເພດ ດີ ມີ 66,7%. ຜົນການຝຶກຝົນຫຼໍ່ຫຼອມ 100% ຍາດໄດ້ປະເພດດີ. ຊິ້ນສຸດການຝຶກອົບຮົມທົ່ວພາກວິຊາ 100% ຄົບມາດຖານເງື່ອນໄຂທີ່ຍອມຮັບ ແລະ ມອບໃບຢັ້ງຢືນປະເພດດີ.
ໃນຂອບເຂດຂອງການຝຶກອົບຮົມ, ບັນດາ ພະນັກງານ ທະຫານປະຊາຊົນລາວ ຍັງໄດ້ໄປທັດສະນະຕົວຈິງ ຢູ່ບາງອົງກາານ ແລະ ຫົວໜ່ວຍງານ ຂອງກຳລັງທະຫານ ປ້ອງກັນຊາຍແດນ ແລະ ທະຫານປະຊາຊົນຫວຽດນາມ, ນັບແຕ່ນັ້ນ ຊ່ວຍຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາສະເພາະ ແລະ ເພີ່ມທະວີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຍິ່ງຂື້ນ ກ່ຽວກັບ ປະເທດ ແລະ ຊາວຫວຽດນາມ.
![]() |
ທ່ານ ພົນຈັດຕະວາ ຈິ໋ງ ຮ່ວງຫຽບ ໄດ້ມອບໃບຢັ້ງຢືນ ຈົບການຝຶກອົບຮົມ ໃຫ້ນັກສຳມະນາກອນ ຂອງຊຸດຝຶກອົບຮົມຄັ້ງນີ້. (ພາບ: ກວາງຊາວ)
ກ່າວຄຳເຫັນ ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້, ທ່ານ ພົນຈັດຕະວາ ຈິ໋ງ ຮວ່າງຫຽບ ໄດ້ຢັ້ງຢືນວ່າ: ຜົນສຳເລັດຂອງຊຸດຝືກອົບຮົມໃນຄັ້ງນີ້ສະແດງເຖິງຄວາມຕັ້ງໃຈ, ຄວາມຮັບຜິດຊອບ, ນຳ້ໃຈສາມັກຄີ, ມິດຕະພາບພິເສດ, ເຂົ້າໃຈເຊິ່ງກັນແລະກັນ ຂອງພະນັກງານ ທະຫານປ້ອງກັນຊາຍແດນ ສອງຊາດ, ປະກອບສ່ວນແຕ່ງແຕ້ມ ມູນເຊື້ອຂອງຄວາມສາມັກຄີ, ມິດຕະພາບພິເສດ, ຄວາມໄກ້ສິດສະໜິດແໜ້ນ ລະຫວ່າງ ທະຫານ ແລະ ປະຊາຊົນຂອງ ສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.
(ຫັດທະບູນ)