23:14 | 11/11/2018

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ພິທີຕັດແຖບຜ້າເປີດສະຫຼອງໂຮງຮຽນມັດທະຍົມຕອນປາຍ ສິທ່ານາໄລ (ພາບ: TTXVN)

ກິດຈະກໍາດັ່ງກ່າວ ແມ່ນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ມອບໃຫ້ແຂວງບໍລີຄໍາໄຊ ເນື່ອງໃນໂອກາດທ່ານໄປຢ້ຽມຢາມລາວ ເມື່ອເດືອນພະຈິກ 2016. ດ້ວຍຈໍານວນເງິນ 30 ຕື້ດົງ, ໂຮງຮຽນແຫ່ງດັ່ງກ່າວຖືກກໍ່ສ້າງເປັນ 4 ຊັ້ນທີ່ກວ້າງໃຫຍ່ງາມຕາ ພ້ອມກັບ ອຸປະກອນການຮຽນ-ການສອນຂອງຄູອາຈານ ແລະ ນັກຮຽນ ຢ່າງຄົບຖ້ວນ ຈະປົວແປງເງື່ອນໄຂການຮຽນການສອນຂອງຄູອາຈານ, ນັກສຶກສາ ແລະ ຍົກສູງຄຸນນະພາບການສຶກສາຂອງໂຮງຮຽນມັດທະຍົມຕອນປາຍນີ້ ໄດ້ຫຼາຍພໍສົມຄວນ. ຜູ້ອໍານວຍການໂຮງຮຽນ ສິທ່ານາໄຊ, ໃຫ້ຮູ້ວ່າ:

ຂ້າພະເຈົ້າຂໍຕາງໜ້າໃຫ້ໂຮງຮຽນສິທ່ານາໄຊ ສະແດງຄວາມຂອບອົກຂອບໃຈຕໍ່ຂອງຂັວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ມອບໃຫ້. ດ້ວຍໂຮງຮຽນຫຼັງໃໝ່ທີ່ກວ້າງໃຫຍ່ ງາມຕາ ແລະ ທັນສະໄໝນີ້, ຄູອາຈານ ແລະ ນັກຮຽນພວກຂ້າພະເຈົ້າຈະມີເງື່ອນໄຂສິດສອນ ແລະ ຮໍ່າຮຽນໄດ້ດີກວ່າ. ພວກຂ້າພະເຈົ້າ ຈະປົກປັກຮັກສາໂຮງຮຽນຕຶກນີ້ໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສຶກສາ, ບໍາລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-3434.html

In bài biết