16:41 | 28/11/2018

ພິທີປະດັບຫຼຽນໄຊ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃຫ້ ແກ່ບຸກຄົນ ແລະ ໝູ່ຄະນະ ຂອງນະຄອນດ່າໜັງ

ພິທີປະດັບຫຼຽນໄຊ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃຫ້ ແກ່ບຸກຄົນ ແລະ ໝູ່ຄະນະ ຂອງນະຄອນດ່າໜັງ

ທ່ານ ສັນຕິພາບ ພົວວິຫານ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ປະດັບຫຼຽນໄຊ ຂອງ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ ໝູ່ຄະນະ ແລ ະ ບຸກຄົນ ຂອງ ນະຄອນດ່າໜັງ.(ພາບ: baodanang.vn)

ໃນນັ້ນ ປະດັບຫຼຽນໄຊ ແຮງງານ ຊັ້ນໜຶ່ງ ໃຫ້ ໝູ່ຄະນະ ກຳມະການປະຊາຊົນ ນະຄອນດ່າໜັງ; ປະດັບຫຼຽນໄຊ ອິດສະຫຼະ ຊັ້ນ ສາມ ໃຫ້ ບຸກຄົນ ຈຳນວນ 4 ສະຫາຍເຊິ່ງປະກອບມີ: ສະຫາຍ ຮອງເລຂາປະຈຳພັກແຂວງ ຫວໍ ກົງຈີ໋, ປະທານ ກຳມະການປະຊາຊົນ ນະຄອນ ຮວິ່ງ ດຶກເທີ, ປະທານ ກຳມະການປະຊາຊົນ ນະຄອນ ໂຮ່ ກີ່ມິງ, ປະທານ ສະມາຄົມມິດຕະພາບ ຫວຽດ-ລາວ ປະຈຳນະຄອນດ່າໜັງ ຟຸ່ງ ເຕິ໋ນຫວຽດ ແລະ ປະດັບຫຼຽນໄຊມິດຕະພາບ ໃຫ້ ທ່ານ ເລືອງ ມິງເຊິມ ອາດີດຫົວໜ້າພະແນກ ການຕ່າງປະເທດ ນະຄອນດ່າໜັງ.

ນີ້ແມ່ນ ບັນດາບຸກຄົນ ແລະ ໝູ່ຄະນະ ທີ່ມີຜົນງານອັນດີເລີດ ໃນວຽກງານ ກໍ່ສ້າງ, ຜັນຂະຫຍາຍ ບັນດາໂຄງການ -ການຮ່ວມມື ກັບແຂວງສະຫວັນນະເຂດ ເວົ້າສະເພາະ ແລະ ກັບບັນດາທ້ອງຖິ່ງຂອງລາວ ເວົ້າລວມ ໃນໄລຍະ ລະຫວ່າງ 2013-2017.

ພິທີປະດັບຫຼຽນໄຊ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃຫ້ ແກ່ບຸກຄົນ ແລະ ໝູ່ຄະນະ ຂອງນະຄອນດ່າໜັງ

ບັນດາຜູ້ແທນຂອງສອງຝ່າຍຖ່າຍຮູບເປັນທີ່ລະນຶກ.

ຕ່າງໜ້າໃຫ້ໝູ່ຄະນະ ແລະ ບຸກຄົນ ທີ່ໄດ້ຮັບການຍ້ອງຍໍ ແລະ ດັບຫຼຽນໄຊ ໃນຄົ້ງນີ້: ທ່ານ ຫວໍ ກົງຈີ໋ ຮອງເລຂາປະຈຳພັກແຂວງ ໄດ້ສະແດງຄວາມດີໃຈຕໍ່ກັບຄວາມເອົາໃຈໃສ່ ແລະ ຮັບຮູ້ຂອງພັກ-ລັດ ແຫ່ງ ສປປ ລາວ ທີ່ມອບໃຫ້ ພັກ-ລັດ ກໍ່ຄືອຳນາດການປົກຄອງ ແລະ ປະຊາຊົນ ນະຄອນດ່າໜັງ ແລະ ບັນດາບຸກຄົນທີ່ໄດ້ຮັບການປະດັບຫຼຽນໄຊໃນຄົ້ງນີ້; ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຄະນະພັກແຂວງ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນດ່າໜັງ ຈະເຮັດທຸກຄວາມສາມາດ ສຶບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນຮ່ວມມືມິດຕະພາບ ພິເສດ ຫວຽດນາມ-ລາວ ເວົ້າລວມ ແລະ ດ່າໜັງ-ສະຫວັນນະເຂດເວົ້າສະເພາະໃຫ້ນັບມື້ນັບ ກວ້າງຂວາງ ແລະ ລົງສູ່ລວງເລິກ, ໝັ້ນຄົງທະນົງແກ່ນ ແລະ ຍຶນຍົງຕະຫຼອດໄປ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3426.html

In bài biết