16:11 | 26/09/2018

ລາວ-ຫວຽດນາມ ຮ່ວມມືໃນການຊອກຫາ ແລະ ຂຸດຄົ້ນ ອັດຖິຂອງນັກຮົບວິລະຊົນ ທີ່ເສຍສະຫຼະໃນປາສົງຄາມ ຢູ່ ລາວ

ລາວ-ຫວຽດນາມ ຮ່ວມມືໃນການຊອກຫາ ແລະ ຂຸດຄົ້ນ ອັດຖິຂອງນັກຮົບວິລະຊົນ ທີ່ເສຍສະຫຼະໃນປາສົງຄາມ ຢູ່ ລາວ

ບັນຍາກາດກອງປະຊຸມ.(ພາບ: KPL)

ຄະນະ​ສະ​ເພາະ​ກິດ ຊອກຄົ້ນ, ຂຸດຄົ້ນອັດຖິ ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ ວາງ​ຄາດໝາຍ​ສູ້​ຊົນຂຸດ​ຄົ້ນ​ອັດຖິ​ໃຫ້​ໄດ້ 80 ອັດຖິ ຢູ່ 3 ​ແຂວງ​ຂອງ​ລາວ ​ໃນ​ນັ້ນ, ຢູ່ແຂວງຊຽງຂວາງ ຕົວເລກຄາດໝາຍ 70 ອັດຖິ, ແຂວງວຽງຈັນ 4 ອັດຖິ ແລະ ແຂວງໄຊສົມບູນ 6 ອັດຖິ.

ໃນ​ວັນ​ທີ 26 ກັນຍາ 2018 ນີ້ ​ໄດ້​ມີກອງປະຊຸມພົບປະ ແລະ ເຊັນບົດບັນທຶກຊ່ວຍຈຳ, ມອບຕົວເລກຄາດໝາຍການຊອກຄົ້ນ ຂຸດຄົ້ນອັດຖິ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ ຈຳນວນ​ດັ່ງກ່າວ ຢູ່ຫ້ອງວ່າການແຂວງຊຽງຂວາງ ​ໂດນ​ມີທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ທ່ານພົນ ຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການເມືອງກອງບັນຊາການ ທະ ຫານແຂວງວຽງຈັນ, ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ແຂວງເຫງະອານ ສສ ຫວຽດນາມ ນຳໂດຍທ່ານເລ ຫງ໋ອກ ຮວາ ຮອງປະທານຄະນະກຳມະການປະຊາ ຊົນແຂວງເຫງະອານ ​ແລະ ພາກສ່ວນ​ກ່ຽວຂ້ອງເຂົ້າຮ່ວມ.

ລາວ-ຫວຽດນາມ ຮ່ວມມືໃນການຊອກຫາ ແລະ ຂຸດຄົ້ນ ອັດຖິຂອງນັກຮົບວິລະຊົນ ທີ່ເສຍສະຫຼະໃນປາສົງຄາມ ຢູ່ ລາວ

ກອງປະຊຸມໄດ້ເຊັນສັນຍາ ການຮ່ວມມື ໃນສົກປີ 2018-2019. (ພາບ: KPL)

​ໃນກອງປະຊຸມໄດ້ຮັບຟັງການລາຍງານສະຫລຸບ ການຮ່ວມມືວຽກງານສະເພາະກິດ 4 ແຂວງ ຂອງລາວ-ຫວຽດນາມ ສົກປີ 2017-2018 ແລະ ທິດທາງການຮ່ວມມືໃນສົກປີ 2018-2019 ໂດຍສືບຕໍ່ຂຸດຄົ້ນອັດຖິຢູ່ 3 ແຂວງຂອງລາວຄື: ແຂວງຊຽງຂວາງ, ວຽງຈັນ ແລະ ແຂວງໄຊສົມບູນ, ພ້ອມ​ທັງ​ໃຫ້ເພີ່ມທະວີສຶກສາອົບຮົມໃຫ້ປະຊາຊົນ ເຂົ້າໃຈຕໍ່ແນວທາງນະໂຍບາຍການຊອກຄົ້ນ, ຂຸດຄົ້ນອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ຂອງສອງລັດຖະບານລາວ-ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: KPL)

Link: https://huunghivietlao.thoidai.com.vn/detail-article-3415.html

In bài biết