08:40 | 09/11/2018

ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 30 ຄົນ ສຳເລັດຊຸດຝຶກອົບຮົມຢູ່ແຂວງເງະອານ

ເຂົ້າຮ່ວມມີທ່ານ ເລງັອກຮວາ - ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ການນຳກອງບັນຊາການທະຫານແຂວງບໍລິຄຳໄຊ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ.

ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 30 ຄົນ ສຳເລັດຊຸດຝຶກອົບຮົມຢູ່ແຂວງເງະອານ

ບັນຍາກາດທີ່ພິທີອັດຊຸດຝຶກອົບຮົມ.(ພາບ: baonghean.vn)

ພາຍຫຼັງການຈັດຊຸດຝຶກອົບຮົມມາເປັນເວລາເກືອບ 1 ເດືອນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ປະຕິບັດແຜນການຝຶກອົບຮົມຢ່າງເຂັ້ມງວດ, ຕັ້ງໜ້າປ່ຽນແປງວິທີການສອນແບບໃໝ່, ແປພາສາເພື່ອຮັບປະກັນບັນດາເງື່ອນໄຂດີທີ່ສຸດໃຫ້ບັນດານັກສຳມະນາກອນຮັບເອົາບັນດາເນື້ອໃນບົດຮຽນ.

ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 30 ຄົນ ສຳເລັດຊຸດຝຶກອົບຮົມຢູ່ແຂວງເງະອານ

ທ່ານ ເລງັອກຮວາ ແລະການນຳກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊ. (ພາບ: baonghean.vn)

ບັນດານັກສຳມະນາກອນໄດ້ປະຕິບັດລະບອບລະບຽບການ, ການກຳນົດຂອງຄະນະຄຸ້ມຄອງຫ້ອງຮຽນຢ່າງເຂັ້ມງວດ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບບ່ອນກິນຢູ່, ເພື່ອຄົ້ນຄວ້າ, ກຳແໜ້ນບັນດາຄວາມຮູ້ຂອງກົດໝາຍສາກົນໄດ້ໂດຍພື້ນຖານ; ເສັ້ນຊາຍແດນແຫ່ງຊາດຕາມກົດໝາຍສາກົນ; ບັນດາເນື້ອໃນ, ມາດຕະການໃນວຽກງານຈັດຕັ້ງບັນຊາການປົກປັກຮັກສາເສັ້ນຊາຍແດນຂອງກອງບັນຊາການທະຫານຊາຍແດນແຂວງເງະອານ; ຂັ້ນຕອນວຽງານກວດກາ, ຕິດຕາມກວດກາດ່ານສາກົນ, ຂັ້ນຕອນວຽກງານລາດຕະເວນຝ່າຍດຽວ, ສອງຝ່າຍ...

ຜ່ານກວດກາ, 100% ນັກສຳມະນາກອນໄດ້ຈັດຢູ່ໃນປະເພດເກັ່ງ, ສຳເລັດລາຍການຕາມແຜນການທີ່ໄດ້ວາງອອກ.

(ແຫຼ່ງ​ຂໍ້​ມູນ​: ທູຮັ່ງ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3410.html

In bài biết