08:59 | 28/06/2018

ສປປ.ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ຕໍາຫຼວດນະຄອນ ໂຮ່ຈິມິນ

ທີ່ພິທີ, ທ່ານພັນເອກ ຄໍາເກີດ ກຸມມານ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ຕໍາຫຼວດນະຄອນ ໂຮ່ຈິມິນ ໄດ້ຊ່ວຍເຫຼືອອຸປະກອນເຕັກນິກດ້ານວິຊາການປ້ອງກັນຄວາມສະຫງົບ, ປະກອບສ່ວນສໍາຄັນເສີມຂະຫຍາຍສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດຫວຽດນາມ ແລະລາວ.

ສປປ.ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ຕໍາຫຼວດນະຄອນ ໂຮ່ຈິມິນ

ທ່ານພົນຈັດຕະວາ ບຸບຜາ ສີພົມມາ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫຼວງ ວຽງຈັນ ມອບຫຼຽນໄຊພັດທະນາຊັ້ນ III ໃຫ້ຕໍາຫຼວດນະຄອນ ໂຮ່ຈິມິນ. (ພາບ: ສໍານັກຂ່າວ ສານຫວຽດນາມ)

ດ້ມອບຂອງຂວັນອຸປະກອນວິຊາການຕາມການສະເໜີຂອງອົງການປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ; ພ້ອມທັງຈັດຕັ້ງຊຸດຝຶກອົບຮົມ. ຜ່ານຊຸດຝຶກອົບຮົມ, ບັນດານັກຮົບຂອງກົມກອງປະເທດລາວ ໄດ້ໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກຳ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງ ວຽງຈັນ ຢ່າງມີປະສິດທິຜົນ.

ສປປ.ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ຕໍາຫຼວດນະຄອນ ໂຮ່ຈິມິນ

ທ່ານພົນຕີ ເລດົງຟອງ ກ່າວຄໍາເຫັນທີ່ພິທີ. (ພາບ: congan.com.vn)

ທ່ານພົນຕີ ເລດົງຟອງ, ຫົວໜ້າກອງບັນຊາການຕໍາຫຼວດນະຄອນ ໂຮ່ຈິມິນ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດລາວ ໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ກໍາລັງຕໍາຫຼວດນະຄອນ ໂຮ່ຈິມິນ; ຖືວ່ານີ້ແມ່ນສັນຍາລັກແຫ່ງນໍ້າໃຈສາມັກຄີ, ນໍ້າໃຈສະຫາຍອ້າຍນ້ອງລະຫວ່າງກຳລັງຕໍາຫຼວດນະຄອນ ໂຮ່ຈິມິນ ແລະກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ.

ພາຍຫຼັງພິທີ, ຄະນະກອງບັນຊາການຕໍາຫຼວດນະຄອນ ໂຮ່ຈິມິນ ແລະກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ ໄດ້ມີການເຮັດວຽກກ່ຽວກັບບັນຫາປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການໜູນຊ່ວຍເຊິ່ງກັນ ແລະກັນໃນບັນດາບັນຫາວິຊາການ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3404.html

In bài biết