16:26 | 14/08/2018

ອັດຊຸດຮຽນພາສາລາວໃຫ້ພະນັກງານຊາຍແດນ ແລະ ພະນັກງານທ້ອງຖິ່ນ ແຂວງແທັງຮ໋ວາ

ພາຍຫຼັງອົບຮົມມາເປັນເວລາກວ່າ 3 ເດືອນ, ບັນດານັກສຳມະນາກອນໄດ້ຮັບຮູ້ບັນດາຄວາມຮູ້ພື້ນຖານກ່ຽວກັບພາສາລາວ ຄື: ຟັງ, ເວົ້າ, ອ່ານ, ຂຽນ ແລະ ການພົວພັນແລກປ່ຽນກັບພະນັກງານ ແລະ ປະຊາຊົນລາວ.


ອັດຊຸດຮຽນພາສາລາວໃຫ້ພະນັກງານຊາຍແດນ ແລະ ພະນັກງານທ້ອງຖິ່ນ ແຂວງແທັງຮ໋ວາ

ການນຳທະຫານຊາຍແດນແຂວງແທງຮ໋ວາ ມອບໃບຢັ້ງຢືນສຳເລັດຊຸດຮຽນໃຫ້ບັນດານັກສຳມະນາກອນ. (ພາບ: ຫາຍຈວຽນ)

ນີ້ຈະເປັນພື້ນຖານເພື່ອໃຫ້ແກ່ບັນດາພະນັກງານ ເມື່ອກັບຄືນກົມກອງຈະເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປະຕິບັດທັດສະນະ, ແນວທາງການທູດຂອງພັກ-ລັດ ສສ ຫວຽດນາມ ກໍ່ຄື ວຽກງານການຕ່າງປະເທດຊາຍແດນເປັນຢ່າງດີ; ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢູ່ສອງຟາກຊາຍແດນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມລຽບຕາມແນວຊາຍແດນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3400.html

In bài biết