11:33 | 06/11/2019

ລາວ-ກໍາປູເຈຍ-ຫວຽດນາມ ເພີ່ມການຮ່ວມມືຄຸ້ມຄອງປ່າໄມ້ແບບຍືນຍົງ

ລາວ-ກໍາປູເຈຍ-ຫວຽດນາມ ເພີ່ມການຮ່ວມມືຄຸ້ມຄອງປ່າໄມ້ແບບຍືນຍົງ

ລາວ-ກໍາປູເຈຍ-ຫວຽດນາມ ເພີ່ມການຮ່ວມມືຄຸ້ມຄອງປ່າໄມ້ແບບຍືນຍົງ

ໃນກອງປະຊຸມ ໄດ້ມີການນໍາສະເໜີບົດຄົ້ນຄວ້າ ຈໍານວນ 13 ບົດ ເຊິ່ງແບ່ງອອກເປັນ 3 ວາລະ ເພື່ອໃຫ້ບັນດາຜູ້ແທນ ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນ ຢ່າງມີເຫດມີຜົນ ແລະ ຖືກຕ້ອງກັບພາວະວິໄສ ເຊິ່ງໄດ້ລົງເລິກເຖິງບົດບາດການຮ່ວມມື ການຄຸ້ມຄອງປ່າໄມ້ ແບບຍືນຍົງຕໍ່ການພັດທະນາໃນ 3 ປະເທດ ແລະ ບົດຮຽນການຄຸ້ມຄອງປ່າໄມ້ແບບຍືນຍົງຢູ່ສາທາລະນະລັດ ສ ເກົາຫລີ ແລະ ໃນໂລກ.

ທັງນີ້ ເພື່ອປະກອບສ່ວນ ໃນການປົກປັກຮັກສາ ແລະ ເປັນມິດກັບສິ່ງແວດລ້ອມ, ປົວແປງຊີວິດການເປັນຢູ່ ຂອງປະຊາຊົນ ຕາມທິດພັດທະນາຍືນຍົງ, ສົມດູນກັບຄວາມສາມາດ ແລະ ທ່າແຮງການພັດ ທະນາຂອງຂົງເຂດ ໃນສະພາບການໃໝ່. ການຄົ້ນຄວ້າວິໄຈ ແລະ ຂໍ້ສະເໜີແນະຕ່າງໆຈາກວິທະ ຍາກອນ ແລະ ສໍາມະນາກອນຄັ້ງນີ້ ມີຫລາຍຄໍາຄິດຄໍາເຫັນ ສໍາຄັນທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ນຳສະເໜີ ໃຫ້ການນຳຂອງພັກ ແລະ ລັດຖະບານແຕ່ລະປະເທດຮັບຊາບ ເພື່ອຈະໄດ້ມີການ ຊີ້ນຳນຳພາໃຫ້ຖືກຕ້ອງເໝາະສົມ.​

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-34.html

In bài biết