09:00 | 08/10/2019

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ

ລາຍການສະແດງສິລະປະຂ່ຳນັບຮັບຕ້ອນວັນມູນເຊື້ອ. (ພາບ: baosonla.org.vn)

ທີ່ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ພວກນ້ອງນັກຮຽນລາວ ພວມຮໍ່າຮຽນ, ດຳລົງຊີວິດຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນເຊີນລາ ໄດ້ເຂົ້າຮ່ວມ ແລະສະແດງສິລະປະຂ່ຳນັບຮັບຕ້ອນວັນມູນເຊື້ອ.ມາຮອດປະຈຸບັນຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ແຂວງເຊີນລາ ໄດ້ມີອົງການຈັດຕັ້ງຢູ່ 10 ໃນຈໍານວນ 12 ເມືອງ, ນະຄອນໃນບໍລິເວນແຂວງ, ດ້ວຍສະມາຊິກເກືອບ 1.900 ຄົນ. ບັນດາພະນັກງານ, ນັກຮົບ, ຊ່ຽວຊານທະຫານຊ່ວຍລາວ ໄດ້ພ້ອມກັນຫວນຄືນມູນເຊື້ອຂອງກໍາລັງທະຫານອາສາສະໝັກແຂວງເຊີນລາ ຊ່ວຍເພື່ອນມິດລາວ ໃນຊຸມເດືອນປີແຫ່ງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຕ້ານ ອາເມລິກາ; ເພີ່ມທະວີການຮ່ວມມື, ແລກປ່ຽນວຽກງານ, ປະກອບສ່ວນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3389.html

In bài biết