ທະຫານຊາຍແດນຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນຢູ່ 3 ແຂວງ ຊາຍແດນຕິດກັບລາວ
ວັນທີ 27 ຕຸລາ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ຊີ້ນຳຄ້າຍທະຫານປ້ອງກັນຊາຍແດນ ລາເອ ຈັດຕັ້ງພະນັກງານ, ນັກຮົບ ປະຕິບັດເຄື່ອນທັບ ນຳເອົາເຂົ້າ ແລະ ສິ່ງທີ່ຈຳ ເປັນອື່ນໆ ເພື່ອມອບໃຫ້ປະຊາຊົນເຂດຊາຍແດນຂອງ 3 ບ້ານ ຕາງຕາລັງ, ຕັງເຢີຍ ແລະ ຕັງນອງ ຕັ້ງຢູ່ເມືອງ ດາກຈຶງ ແຂວງເຊກອງ (ລາວ) ລວມມູນຄ່າທັງໝົດ 30 ລ້ານດົ່ງ.
![]() |
ະຫານຊາຍແດນຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນຢູ່ 3 ແຂວງ ຊາຍແດນຕິດກັບລາວ ລວມມູນຄ່າທັງໝົດ 30 ລ້ານດົ່ງ. (ພາບ: bienphong.com.vn)
ທ່ານ ພັນເອກສາມດາວ ກວາກຕ້ວນຢູ, ນັກການເມືອງຂອງຄ້າຍທະຫານປ້ອງກັນຊາຍແດນ ລາເອ ໃຫ້ຮູ້ວ່າ: ຍ້ອນສະພາບອາກາດບໍ່ສະດວກດີ, ບັນດາບ້ານຊາຍແດນຂອງເມືອງດາກຈຶງ, ແຂວງເຊກອງ (ລາວ) ຖືກເສຍຫາຍເຂົ້ານາປີ; ເກີດຂື້ນການພະຍາດຕິດແປດຂອງສັດລ້ຽງ, ຊີວິດຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ສະນັ້ນ, ການມອບສິ່ງທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານຊາຍແດນຂອງລາວ ໃນເວລາທີ່ຫຍຸ້ງຍາກ ຈະຊ່ວຍໃຫ້ພວກເຂົາມີສະຖຽນລະພາບໃນຊີວິດ ແລະ ມີຄວາມສຳຄັນ, ປະກອບສ່ວນສ້າງຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ
(ຄຳຮຸ່ງ)