10:02 | 13/11/2019

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ພິທີສົ່ງພະນັກງານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ ກັບຄືນປະເທດ.(ພາບ:baokontum.com.vn)

ທ່ານພັນເອກພິເສດ ຫງວຽນ ກົງ ຄວາ, ຫົວໜ້າກອງ K53 ໄດ້ຕາງໜ້າພະນັກງານ, ນັກຮົບໃຫ້ຄໍາໝັ້ນສັນຍາວ່າ ການຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະ ກໍາປູເຈຍ ກັບຄືນປະເທດແມ່ນໜ້າທີ່ມີຄວາມໝາຍສໍາຄັນຍິ່ງ; ກອງ K53 ຈະເຮັດຈົນສຸດຄວາມສາມາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ສູ້ຊົນປະຕິບັດສໍາເລັດໜ້າທີ່ຊອກຄົ້ນ, ຈັດສົ່ງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ.

ສ່ວນ ທ່ານພັນເອກພິເສດ ໂຮ່ແອັງຕ໊ວນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຄະນະຊີ້ນໍາ 515 ຂອງແຂວງໄດ້ກ່າວຄໍາເຫັນມອບໜ້າທີ່ໃຫ້ແກ່ກອງ K53 ແຂວງກອນຕຸມ, ຫວັງວ່າພະນັກງານ, ນັກຮົບກອງ K53 ຈະສືບຕໍ່ຍົກສູງນໍ້າໃຈຮັບຜິດຊອບ, ປະຕິບັດລະບຽບວິໄລຢ່າງເຂັ້ມງວດ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຕັ້ງໜ້າ, ມີສະຕິຕື່ນຕົວ, ເປັນເຈົ້າການ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ເຊິ່ງ ພັກ, ລັດ, ກົມກອງມອບໝາຍໃຫ້.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3379.html

In bài biết